ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງໂຮຽຮຽນ ຢູ່ແຂວງຜົ້ງສາລີ

Dec 30, 2024

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງໂຮຽຮຽນ ຢູ່ແຂວງຜົ້ງສາລີ
ໃນຕອນເຊົ້າ ວັນທີ 28 ທັນວາ 2024, ທີ່ໂຮງຮຽນມັດທະຍົມຕອນຕົ້ນກຸ່ມບ້ານສະນໍາຣະ, ເມືອງສໍາພັນ, ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໂຄງການ ກໍ່ສ້າງອາຄານໂຮຽຮຽນ, ຫໍພັກນັກຮຽນ, ເຮືອນ ຄົວນັກຮຽນ, ປະຕູໂຂງ ແລະ ຮົ້ວອ້ອມໂຮງ ຮຽນມັດທະຍົມຕອນຕົ້ນກຸ່ມບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ຄໍາຜອຍ ວັນນະສານ, ເຈົ້າແຂວງໆຜົ້ງສາລີ, ບັນດາທ່ານຮອງລັດຖະມົນຕີ, ພ້ອມດ້ວຍການນໍາເມືອງ, ຄູອາຈານ, ນັກ ຮຽນ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພູເຂົາຄໍາ ພຣະວໍລະໄຊ໌, ຜູ້ອໍານວຍການບໍລິສັດໄຊເສດຖາກໍ່ສ້າງ ຈໍາກັດ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງໂຮງຮຽນດັ່ງກ່າວ ໄດ້ລາຍງານໃຫ້ຊາບວ່າ ໂຄງການນີ້ ປະກອບມີ: ໂຮງຮຽນ 1 ຫຼັງ, ມີ 5 ຫ້ອງຮຽນ, 1 ຫ້ອງການຄູ ມີຂະໜາດ 8×38.5 ແມັດ, ຫ້ອງນໍ້າ ມີຂະໜາດ 3×4 ແມັດ, ປະ ກອບເຟີນີເຈີຄົບຊຸດ ແລະ ຕິດຕັ້ງລະບົບໄຟຟ້າ; ພ້ອມກັນນັ້ນ ກໍ່ມີເຮືອນຄົວນັກຮຽນ 1 ຫຼັງ ຈໍານວນ 2 ຫ້ອງ ມີຂະໜາດ 8×16 ແມັດ, ຫໍພັກນັກຮຽນ 1 ຫຼັງ ມີ 10 ຫ້ອງ ມີຂະໜາດ 7×17.5 ແມັດ ແລະ ຫ້ອງນໍ້າຈໍານວນ 1 ຫຼັງ ມີ 4 ຫ້ອງ ຂະໜາດ 4×6 ແມັດ; ກໍ່ສ້າງຮົ້ວອ້ອມໂຮງ ຮຽນ ມີຄວາມຍາວ 500 ແມັດ, ສູງ 2 ແມັດ ແລະ ປະຕູໂຂງ ມີຂະໜາດ 6.5 x 5.5 ແມັດ ເຊິ່ງການກໍ່ສ້າງແມ່ນເລີ່ມແຕ່ວັນທີ 25 ມີນາ 2024 ແລະ ໄດ້ສໍາເລັດໃນວັນທີ 10 ສິງຫາ 2024 ໂດຍແມ່ນຂອງຂວັນມອບໃຫ້ຈາກທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເຊິ່ງມີມູນຄ່າການກໍ່ສ້າງລວມທັງໝົດ 4,159,222,751 ກີບ (ສີ່ຕື້ໜຶ່ງຮ້ອຍຫ້າສິບເກົ້າລ້ານກວ່າກີບ).
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຄູອາຈານ, ນັກຮຽນ ແລະ ປະຊາຊົນທີ່ເຂົ້າຮ່ວມພິທີ, ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄວາມຂອບໃຈມາຍັງພາກທຸລະກິດ ແລະ ພາກສ່ວນອື່ນໆ ທີ່ໄດ້ປະກອບສ່ວນທາງດ້ານທຶນຮອນ ເຂົ້າໃນການກໍ່ສ້າງໂຮງຮຽນແຫ່ງນີ້ຈົນສໍາເລັດ ເຮັດໃຫ້ລູກຫຼານຂອງປະຊາຊົນເຂດດັ່ງກ່າວ ມີບ່ອນຮຽນພຽງພໍ ແລະ ມີຫໍພັກໃຫ້ນັກຮຽນຜູ້ທີ່ຢູ່ເຂດຫ່າງໄກມີຄວາມຈໍາເປັນທາງດ້ານທີ່ພັກ ໄດ້ມີບ່ອນພັກໃນຍາມເຂົ້າຮຽນ.
ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນດັ່ງກ່າວ ຕະຫຼອດຮອດຄູອາຈານ ແລະ ນ້ອງນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ບົວລະບັດຮັກສາ ຄຸ້ມຄອງ ແລະ ນໍາໃຊ້ອາຄານຕ່າງໆ ເພື່ອເປັນບ່ອນສຶກສາຮໍ່າຮຽນ ຫາຄວາມຮູ້, ເປັນບ່ອນພັກເຊົາເໝືອນກັບເຮືອນຂອງຕົນເອງ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ, ສາມາດນໍາໃຊ້ໄດ້ຍາວນານ ທັງນີ້ ກໍ່ເພື່ອສ້າງນັກຮຽນ ໃຫ້ເປັນນັກຮຽນດີ, ຮຽນເກັ່ງ ແລະ ເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ.
ໃນໂອກາດມອບ-ຮັບໂຮງຮຽນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ນໍາເອົາເຄື່ອງນຸ່ງນັກຮຽນ ແລະ ເຄື່ອງກັນໜາວ ມອບໃຫ້ແກ່ນັກຮຽນໂຮງຮຽນດັ່ງກ່າວ ເພື່ອຕ້ານໄພໜາວຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ