ໃນຕອນເຊົ້າຂອງວັນທີ 05 ມິຖຸນາ 2026, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດພິທີເຜີຍແຜ່ ແຜນຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີທ່ານ ທອງສະລິດ ມັງໜໍ່ເມກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ Soohyun Kim, ຫົວໜ້າອົງການ ຢູເນັດສະໂກ (UNESCO) ພາກພື້ນປະຈໍາບາງກອກ, ບັນດາທ່ານຮອງລັດຖະມົນຕີກະຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕາງໜ້າຄະນະຮັບຜິດຊອບ ໄດ້ລາຍງານໃຫ້ຊາບ ກ່ຽວກັບເຫດຜົນ-ຄວາມຈຳເປັນ ແລະ ຄວາມເປັນມາ ຂອງການຄົ້ນຄວ້າຮ່າງແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນຄວາມໝາຍ-ຄວາມສໍາຄັນ ຂອງການເຜີຍແຜ່ ຍຸດທະສາດ, ແຜນພັດທະນາ ແລະ ນະໂຍບາຍໃນຄັ້ງນີ້, ທັງໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນຕົວຂັບເຄື່ອນເສດຖະກິດ-ສັງຄົມ, ຕັດສິນຄວາມໝັ້ນຄົງຂອງຊາດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ຊ່ວຍແກ້ໄຂສະພາບສິ່ງແວດລ້ອມທີ່ໂລກກໍາລັງປະເຊີນຢູ່ໃນປັດຈຸບັນ, ຊ່ວຍສ້າງສິ່ງອຳນວຍໃຫ້ແກ່ການບໍລິຫານລັດ ແລະ ອື່ນໆ ເພື່ອປະກອບສ່ວນ ເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ປະກົດຜົນເປັນຈິງ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ, ພ້ອມທັງ ເຂົ້າຮ່ວມປູກຕົ້ນໄມ້ ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.


