ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 10

Nov 8, 2024

ໃນຕອນບ່າຍວັນທີ 7 ພະຈິກ 2024, ທີ່ນະຄອນຄຸນໝິງ, ສປ ຈີນ, ພະນະ ທ່ານ ສອນໄຊສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມສຸດຍອດຍຸດທະ ສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 10 ພາຍໃຕ້ຄໍາຂວັນ: “ກ້າວສູ່ການເຊື່ອມຈອດທີ່ໂລ່ງລ່ຽນເພື່ອການເຊື່ອມໂຍງອະນຸ ພາກພື້ນແມ່ນໍ້າຂອງ” (Towards Seamless ConnectivityforMekongSub-regional Integration).
ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າ ແລະ ຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດແຜນແມ່ບົດ ACMECSໄລຍະ 2019-2023ແລະຮ່ວມກັນປຶກສາຫາລືທິດທາງແຜນການຮ່ວມ ມືໃນຕໍ່ໜ້າ ແນໃສ່ການສ້າງເງື່ອນໄຂເພື່ອການເຊື່ອມຈອດອະນຸ ພາກພື້ນທີ່ມີປະສິດທິພາບກໍ່ຄື ການເຊື່ອມໂຍງດ້ານເສດຖະກິດກັບປະເທດສະມາຊິກແອັກແມັກ, ພາກພື້ນ ແລະ ສາກົນ. ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົານິວຊີແລນເຂົ້າເປັນຄູ່ຮ່ວມພັດທະນາຂອງ ACMECSຊຸດທີສອງ ແລະຮັບຮອງເອົາ2 ເອກະສານສໍາຄັນ ຄື: 1)ຖະແຫຼງການວຽງຈັນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 10, ແລະ2)ເອກະສານແນວຄວາມຄິດວ່າດ້ວຍການຄຸ້ມຄອງຊັບພະຍາກອນນໍ້າໃນອະນຸພາກພື້ນແມ່ນ້ຳຂອງ. ພ້ອມກັນນີ້, ກອງປະຊຸມ ໄດ້ມອບຕໍ່ການເປັນປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ໃຫ້ແກ່ ສສ. ມຽນມາ.