ໃນຕອນເຊົ້າວັນທີ 20 ກຸມພາ 2024 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປະກາດວັນສ້າງຕັ້ງກະຊວງແຜນການ ແລະ ການລົງທຶນ ຄົບຮອບ 48 ປີ (20 ກຸມພາ 1976 ຫາ 20 ກຸມພາ 2024); ມີທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ, ທ່ານ ຄໍາເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶຶນ, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ, ອາດີດລັດຖະມົນ ຕີ-ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ບັນດາທ່ານຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ພະນັກງານຫຼັກແຫຼ່ງ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ລີວົງ ລາວລີ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 223/ນຍ, ລົງວັນທີ 3 ກໍລະກົດ 2023. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ຂຶ້ນນຳສະເໜີເອກະສານ ເພື່ອທົບທວນຄືນ ກ່ຽວກັບມູນເຊື້ອ, ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງແຜນການ ແລະ ການລົງທຶນ ຕະຫຼອດໄລຍະ 48 ປີທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ປະຫວັດການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະ ຂອງວຽກງານແຜນການ ແລະ ການລົງທຶນ ເປັນຕົ້ນ ສະພາບແວດລ້ອມ ທີ່ພາໃຫ້ມີການສ້າງຕັ້ງລະບົບກົງຈັກກະຊວງແຜນການ ແລະ ການລົງທຶນ, ບັນດາການນຳ ແລະ ການຈັດຕັ້ງກະຊວງແຜນການ ແລະ ການລົງທຶນ ໃນແຕ່ລະໄລຍະ, ແຜນວຽກຈຸດສຸມ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ ແຕ່ລະຄັ້ງ, ຜົນສໍາເລັດອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະແຕ່ລະດ້ານ ໃນແຕ່ລະໄລຍະ ໂດຍສະເພາະວຽກງານແຜນການ, ວຽກງານການລົງທຶນ, ວຽກງານການພົວພັນ ແລະ ຮ່ວມມື ໃນຂົງເຂດແຜນການ ແລະ ການລົງທຶນ.ຄຽງຄູ່ກັນນີ້, ທ່ານ ລັດຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ ຍັງໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ ທົ່ວຂະແໜງແຜນການ ແລະ ການລົງທຶນ ສືບຕໍ່ເອົາໃຈໃສ່ວຽກງານສຳຄັນໃນຕໍ່ໜ້າຈຳນວນໜຶ່ງ ເປັນຕົ້ນ ເສີມຂະຫຍາຍບົດຮຽນ ແລະ ມູນເຊື້ອອັນດີງາມ ໃນໄລຍະຜ່ານມາ ໃຫ້ກວ້າງຂວາງ; ສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນ; ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ; ປັບປຸງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ; ສືບຕໍ່ພັດທະນາ ຫັນວຽກງານສູ່ທັນສະໄໝເປັນກ້າວໆ; ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ແລະ ກົນໄກການປະສານງານ ໃຫ້ໂລ່ງລ່ຽນ ແລະ ວ່ອງໄວກວ່າເກົ່າ ເຊິ່ງຄຳຮຽກຮ້ອງທັງໝົດຄຳນັ້ນ ແມ່ນບົນພື້ນຖານຄຳຂວັນ “ສືບຕໍ່ພັດທະນາວຽກງານແຜນການ ແລະ ການລົງທຶນ ໃຫ້ມີການຫັນປ່ຽນເລິກເຊິ່ງ, ແຂງແຮງ, ຮອບດ້ານ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ”.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ພິທີດັ່ງກ່າວ ໂດຍໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມຮັບຜິດຊອບ ກໍ່ຄືຜົນງານ ທີ່ການນຳ ແລະ ພະນັກ ງານ- ລັດຖະກອນ ທົ່ວຂະແໜງແຜນການ ແລະ ການລົງທຶນ ແຕ່ລະລຸ້ນ, ແຕ່ລະສະໄໝ ສາມາດຍາດມາໄດ້ ຕະຫຼອດໄລຍະ 48 ປີ ທີ່ຜ່ານມາ ໃນຖານະທີ່ເຮັດໜ້າທີ່ ເປັນເສນາທິການ ໃຫ້ສູນກາງພັກ ແລະ ລັດຖະບານ ຮັບຜິດຊອບ ການວາງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນແຕ່ລະໄລຍະ ໄດ້ສຸມຄວາມພະຍາຍາມເຂົ້າໃນການວາງແຜນ ທີ່ນັບມື້ມີວິທະຍາສາດ ແລະ ປະດິດສ້າງໃຫ້ສອດຄ່ອງກັບສະພາບ ແລະ ລັກສະນະຂອງແຕ່ລະຍຸກແຕ່ລະສະໄໝ ເພື່ອຮັບປະກັນໃຫ້ການພັດທະນາ ມີທິດທາງ, ມີຈຸດສຸມ, ມີຄາດໝາຍ ແລະ ມີປະສິດທິຜົນສູງ ເຊິ່ງນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະ ພາບ ໂດຍໄດ້ຮັບການປັບປຸງຈາກຄະນະກຳມະການແຜນຜັງແຫ່ງຊາດ ໃນເມື່ອກ່ອນ ມາເປັນກະຊວງແຜນການ ແລະ ການລົງທຶນ ໃນປະຈຸບັນ ອັນໄດ້ປະກອບສ່ວນອັນສຳຄັນ ແລະ ໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົົມ ແຫ່ງຊາດ ໃນແຕ່ລະໄລຍະ ຢ່າງແທ້ຈິງ. ໃນໂອກາດອັນສຳຄັນນີ້, ທ່ານ ໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາກົດໝາຍ, ນິຕິກຳ ແລະ ລະບຽບການທີ່ຕິດພັນກັບຂະແໜງແຜນການ ແລະ ການລົງທຶນ; ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດານະໂຍບາຍ ເປັນຕົ້ນ ນະໂຍບາຍດ້ານສິ່ງແວດລ້ອມ, ການພັດທະນາພະລັງງານ, ການພັດທະນາວຽກງານບໍ່ແຮ່, ການພັດທະນາກະສິກໍາ ແລະ ປ່າໄມ້, ການພັດທະນາວຽກງານການຄ້າ, ການພັດທະນາວິສາຫະກິດ ແລະ ອື່ນໆ; ແບ່ງຂັ້ນຄຸ້ມຄອງໂຄງການລົງທຶນ ລະຫວ່າງ ສູນກາງກັບທ້ອງຖິ່ນ, ບັນດາຂະແໜງການ ໃຫ້ຈະແຈ້ງ, ຮັດກຸມ, ແທດເໝາະກັບຕົວຈິງ; ປັບປຸງແບບແຜນວິທີເຮັດວຽກ ແລະ ກົນໄກການປະສານງານ ໃຫ້ສອດຄ່ອງ, ໂລ່ງລ່ຽນ ແລະ ມີປະສິດທິຜົນກວ່າເກົ່າ; ສືບຕໍ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນຂອງລັດ ແລະ ໂຄງການລົງທຶນສຳປະທານຕ່າງໆ ຢ່າງເຂັ້ມງວດ ຕາມສັນຍາ ແລະ ກົດໝາຍທີ່ກຳນົດໄວ້, ທັງຮັບປະກັນ ບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ອື່ນໆ. ພ້ອມກັນນັ້ນ ກໍ່ຕິດຕາມ ແລະ ຊຸກຍູ້ ບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ມີການພັດທະນາ ຕາມແຜນການທີ່ກຳນົດໄວ້; ສືບຕໍ່ຂົນຂວາຍການລົງທຶນ ແລະ ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອ ຈາກຕ່າງປະເທດ ໃຫ້ຫຼາຍຂຶ້ນ; ໃຫ້ທົບທວນຄືນ ການຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ 25 ແຜນງານ ແລະ ບັນດາໂຄງການ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ມາຮອດປະຈຸບັນ ມີຄວາມຄືບໜ້າ ແລະ ມີຜົນສໍາເລັດຄືແນວໃດ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ; ຄົ້ນຄວ້າຜັນຂະຫຍາຍ ທັດສະນະ ແລະ ຂໍ້ສະເໜີແນະ ຂອງຄະນະຊ່ຽວຊານ ກ່ຽວກັບການແກ້ໄຂບັນຫາເສດຖະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ; ສືບຕໍ່ຜັນຂະຫຍາຍ ມະຕິ 25/ກມສພ ຕິດພັນກັບຈັດຕັ້ງປະຕິບັດ ຄຳສັ່ງເລກທີ 34/ນຍ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ; ສືບຕໍ່ປັບປຸງການຈັດຕັ້ງ ຕາມຄໍາສັ່ງເລກທີ 03/ນຍ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວ ຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ກໍ່ຄື ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ; ສືບຕໍ່ຄຸ້ມຄອງ ບັນດາເຂດເສດຖະກິດ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້ ບົນພື້ນຖານສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ຢ່າງເຕັມປະສິດທິພາບ ແລະ ຄົບຖ້ວນ ພ້ອມກັນເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ການພັດທະນາເສດຖະກິດ ຕາມທິດ “ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ” ຫຼື “ສອຈ” ທີ່ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໄດ້ໂອ້ລົມຊີ້ນໍາ ຕໍ່ກັບກອງປະຊຸມວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຄັ້ງວັນທີ 19 ທັນວາ 2023 ທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.








