ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ບົວສອນ ບຸບຜາວັນ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີ່ປະສົບໄພນ້ຳຖ້ວມຢູ່ເມືອງຫຼວງນໍ້າທາ

Sep 24, 2024

ເມື່ອບໍ່ດົນມານີ້, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພນ້ຳຖ້ວມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ໂດຍມີທ່ານ ຄຳຟອງ ອີນມານີ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢູ່ທີ່ສະໜາມບິນແຂວງຫຼວງນ້ຳທາ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ມີເຄື່ອງອຸປະໂພກ-ບໍລິໂພກໂດຍສະເພາະເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ປະຈຳວັນ ແລະ ເງິນສົດ ໂດຍໄດ້ມອບໃຫ້ແຂວງຫຼວງນ້ຳທາ ມູນຄ່າທັງໝົດ 660 ລ້ານກວ່າກີບ, ຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫຼວງນ້ຳທາ.
(ຂ່າວ: ມຸນຕີ)
May be an image of 17 people, lighting and text