ວັນທີ 4 ກັນຍາ 2025 ທີ່ເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຕິດຕາມ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ກະກຽມຄວາມພ້ອມການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານຮອງປະທານປະເທດ ພ້ອມທັງລາຍງານສະພາບໂດຍສັງເຂບກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ. ນອກນີ້ຍັງມີວຽກງານການປັບປຸງກົງຈັກການຈັດຕັ້ງບັນດາພະແນກການທີ່ມີການໂຮມເຂົ້າກັນ ແລະ ສະພາບໄພພິບັດນໍ້າຖ້ວມຢູ່ແຂວງຄໍາມ່ວນ.

ໂອກາດນີ້ ທ່ານ ປອ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາ ມາຍັງຄະນະພັກ-ຄະນະນໍາແຂວງ ໃນ 2 ບັນຫາສໍາຄັນດ້ວຍຄວາມຮັບຜິດຊອບສູງ ກ່ຽວກັບຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ໂດຍເນັ້ນໃຫ້ເອົາໃຈໃສ່ສືບຕໍ່ດໍາເນີນໄປຕາມທິດຂອງຂັ້ນເທິງວາງອອກ ຕາມຜົນຂອງການຈັດຕັ້ງປະຕິບັດໃນຜ່ານມາ. ສືບຕໍ່ຍູ້ຂະບວນການທີ່ພວມປະຕິບັດປະຈຸບັນບັນຫາໃດພວມສຸມໃສ່ປະຕິບັດ, ບັນຫາໃດທີ່ຍັງຄ້າງຄາຄວນແກ້ໄຂຄືແນວໃດ ເປັນຕົ້ນການຜະລິດ-ການປູກການລ້ຽງ, ຍູ້ຂະບວນການສຶກສາຈະເຮັດແນວໃດໃຫ້ມີອັດຕາເຂົ້າຮຽນເຕັມສ່ວນມີຂະບວນຟົດຟື້ນແຕ່ຫົວທີ, ຍູ້ຂະບວນການພັດທະນາແຫຼ່ງທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ສ້າງຄວາມສະອາດຈົບງາມຂອງຕົວເມືອງທ່າແຂກ, ປຸກລະດົມປະຊາຊົນມີສ່ວນຮ່ວມເຂົ້າໃນການກະກຽມດໍາເນີນກອງປະຊຸມ, ມີສ່ວນຮ່ວມປ້ອງກັນຄວາມສະຫງົບ-ຄວາມປອດໄພ ແນໃສ່ໃຫ້ການດຳເນີນກອງປະຊຸມທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ມີຄວາມຟົດຟື້ນເບີກບານມ່ວນຊື່ນ, ມີຜົນສໍາເລັດ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ສໍາລັບບັນຫາໄພນໍ້າຖ້ວມໃຫ້ສືບຕໍ່ເອົາໃຈໃສ່ກວດກາຄືນຜົນເສຍຫາຍຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ເພື່ອຊ່ວຍເຫຼືອເຂົາເຈົ້າໃຫ້ທັນກັບສະພາບການ, ກວດກາຄືນຜົນເສຍຫາຍບັນດາເມືອງທີ່ຖືກນໍ້າຖ້ວມໃຫ້ລະອຽດ, ຈະແຈ້ງ ແລ້ວສັງລວມສົ່ງໃຫ້ລັດຖະບານ ກໍ່ຄືຄະນະຄຸ້ມຄອງໄພພິບັດຊອກຫາວິທີທາງແກ້ໄຂ, ເອົາໃຈໃສ່ກຽມພ້ອມຕິດຕາມເປັນປົກກະຕິ, ຕິດຕາມເບິ່ງເຂດທີ່ມີຄວາມສ່ຽງ ເພື່ອຮັບມືຈາກສະພາບນໍ້າຖ້ວມທີ່ຈະເກີດຂຶ້ນໃນຕໍ່ໜ້າ.

ໂອກາດດັ່ງກ່າວນີ້ ທ່ານ ຮອງປະທານປະເທດ ຍັງໄດ້ມອບເງິນສົດ ແລະ ເຄື່ອງຊ່ວຍເຫຼືອ ປະເພດເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ຄົວເຮືອນ, ມຸ້ງ ແລະ ສາດຢາງ ລວມມູນຄ່າ 243 ລ້ານກີບ ໃຫ້ແຂວງຄໍາມ່ວນ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.


