ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ບັນຍາກາດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໄດ້ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ. ໃນນີ້, ທີ່ໜ່ວຍເລືອກຕັ້ງທີ 23, ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ວັດສີບຸນເຮືອງ, ເມືອງຈັນທະບູລີ), ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ເຂົ້າໃນອົງການອຳນາດລັດສູງສຸດ ໃຫ້ການຕ້ອນຮັບໂດຍ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.

ການຮ່ວມປ່ອນບັດໃນຄັ້ງນີ້, ບໍ່ພຽງແຕ່ແມ່ນການປະຕິບັດພັນທະຂອງພົນລະເມືອງຕາມລັດຖະທຳມະນູນເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມເປັນປຶກແຜ່ນ, ຄວາມສາມັກຄີຮັກຊາດຂອງປວງຊົນລາວທັງຊາດ, ການປັບປຸງກົງຈັກລັດ ເພື່ອຄັດເລືອກເອົາບຸກຄະລາກອນທີ່ມີມາດຖານ, ເງື່ອນໄຂ, ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດສິນທຳປະຕິວັດ ເຂົ້າໄປປະຕິບັດໜ້າທີ່ພັດທະນາປະເທດຊາດ, ການເລືອກຕັ້ງຄັ້ງນີ້ ແມ່ນຂີດໝາຍສໍາຄັນໃນການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນກວ່າເກົ່າ, ບັນຍາກາດໜ່ວຍເລືອກຕັ້ງຢູ່ທີ່ວັດສີບຸນເຮືອງແມ່ນເຕັມໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ມີພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫຼວດ ຈໍານວນ 582 ຄົນ ຍິງ 327 ຄົນ ຜູ້ມີສິດປ່ອນບັດເລືອກຕັ້ງຈຸດດັ່ງກ່າວ ແລະ ໄດ້ມາລໍຖ້າໃຊ້ສິດແຕ່ເຊົ້າດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ວ່າ: ທ່ານມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາໃຊ້ສິດໃນການເລືອກເອົາຕົວແທນທີ່ດີເຂົ້າສູ່ສະພາ ແລະ ໄດ້ເນັ້ນໜັກເຖິງ 3 ພາລະບົດບາດສໍາຄັນຂອງຜູ້ສະໝັກທີ່ຈະໄດ້ຮັບການເລືອກຕັ້ງຄື: ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ; ການເປັນເຈົ້າການໃນການຊ່ວຍແກ້ໄຂບັນຫາຄວາມທຸກຍາກຫຍຸ້ງຍາກຕ່າງໆ ແລະ ການລົງໃກ້ຊິດຕິດແທດເພື່ອເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ໃຫ້ພົນລະເມືອງ, ພະນັກງານ, ທະຫານ ແລະ ຕຳຫຼວດ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ພ້ອມກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ພົນລະເມືອງທຸກຄົນ ຈົ່ງຍົກສູງຄວາມຮັບຜິດຊອບໃນການຕິດຕາມກວດກາການປະຕິບັດໜ້າທີ່ຂອງຕົວແທນທີ່ຕົນເລືອກໄປນັ້ນວ່າໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເຕັມທີ່ ສົມກັບການເລືອກໃຫ້ເປັນຕົວແທນຂອງປະຊາຊົນ.
ພາບ-ຂ່າວ: ແກ້ວ ອຸເພັດ


