ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

Oct 25, 2024

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ, ປະທານນາທິບໍດີ ແຫ່ງ ສ. ຣັດເຊຍ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫຼື BRICS Plus/ Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດ ທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ໃນໄລຍະວັນທີ 22-24 ຕຸລາ 2024. ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງແຮງຊຸກຍູ້ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະ ປະ ເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ການແກ້ໄຂບັນຫາຕົວຈິງຂອງພາກພື້ນ ກໍ່ຄື ທົ່ວໂລກ ລວມທັງການສ້າງຄວາມ ເຂັ້ມ ແຂງ ແລະ ຄວາມພະຍາຍາມຮ່ວມກັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ສ້າງລະບຽບໂລກທີ່ມີຄວາມເທົ່າທຽມ, ຍຸຕິ ທຳ ແລະ ເປັນປະຊາທິປະໄຕ. ກອງປະຊຸມສຸດຍອດດັ່ງກ່າວ ມີຂັ້ນປະມຸກລັດ ແລະ ຫົວໜ້າລັດຖະບານ ຈາກ 25 ປະເທດ ໃນຈໍານວນ 36 ປະເທດທີ່ຖືກເຊີນ ແລະ 2 ອົງການຈັດຕັ້ງສາກົນ ຄື: ອົງການ ສະຫະປະຊາຊາດ ແລະ ທະນາຄານພັດທະນາ ໃໝ່ (New Development Bank) ເຂົ້າຮ່ວມ.
ໂອກາດນີ້, ທ່ານ ປະທານປະເທດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນວ່າ ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການຮ່ວມມືຫຼາຍຝ່າຍ ເພື່ອການພັດທະນາແບບຍືນຍົງ ແລະ ການສົ່ງເສີມການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ໂດຍຍືດຖືຫຼັກການການຮ່ວມມືຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງເທົ່າທຽມ. ພ້ອມນີ້, ຍັງໄດ້ຕີລາຄາເຖິງຄວາມສຳຄັນຂອງ ກຸ່ມ BRICS ຊຶ່ງເປັນກົນໄກການຮ່ວມມືໜຶ່ງ ທີ່ເຂັ້ມແຂງ, ມີບົດບາດ ແລະ ອິດທິພົນໃນເວທີສາກົນ, ພ້ອມທັງໄດ້ສະເໜີຕໍ່ ກຸ່ມ BRICS ເພື່ອເພີ່ມບົດ ບາດຂອງຕົນໃນການຂັບເຄື່ອນໂລກ ໃຫ້ເກີດການພັດທະນາຢ່າງເທົ່າ ທຽມ ໄປຄຽງຄູ່ກັບການຍົກສູງການຮ່ວມມື ໃນລະດັບຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ແລະ ເອົາໃຈໃສ່ສືບຕໍ່ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໂດຍສະເພາະຊ່ວຍເຫຼືອປະເທດ ໃນພາກພື້ນເຂດໂລກໃຕ້ ລວມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດບູລິມະສິດ ເຊັ່ນ: ການຄ້າ-ການລົງທຶນ, ການທອ່ງທ່ຽວ, ການ ເຊື່ອມຈອດ, ການຫັນເປັນດີິຈີຕອນ, ພະລັງງານສະອາດ, ສິນ ເຊື່ອກາກບອນ, ການສຶກສາ ແລະ ການພັດທະນາຊັບພະຍາ ກອນມະນຸດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເຂົ້າສູ່ລວງເລິກ ເພື່ອສ້າງສະພາບແວດ ລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິ ບັດ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ໃຫ້ປະກົດຜົນເປັນຮູບປະທໍາ ໂດຍບໍ່ປະຖິ້ມໃຜໄວ້ເບື້ອງ ຫຼັງ. ໃນໂອກາດກອງປະຊຸມສຸດຍອດ BRICS ຄັ້ງນີ້, ສປປ ລາວ ຍັງໄດ້ສະແດງເຈດ ຈຳນົງ ໃນການສະໝັກເຂົ້າເປັນສະມາຊິກຂອງກຸ່ມ BRICS ເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ຮ່ວມກັບບັນດາປະເທດສະມາຊິກ.
ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບທ່ານ ວະລາດີເມຍ ປູຕິນ, ປະທານາ ທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສີ ຈິ້ນຜິງ, ປະທານປະ ເທດ ແຫ່ງ ສປ ຈີນ, ທ່ານ ປະທານາທິບໍດີກາຊັກສະຖານ, ທ່ານ ປະທານາທິບໍດີ ອາແຊັກບາຍຊານ, ທ່ານ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ຍົກລະດັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນ ປະຈໍາທຸກປີ, ເຊິ່ງເລີ່ມມາແຕ່ປີ 2009, ກອງປະຊຸມຄັ້ງຜ່ານມາ ແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ປະຈຸບັນ, ກຸ່ມ BRICS ປະກອບດ້ວຍ ສະມາຊິກ 9 ປະເທດ ຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ, ແລະ ສະຫະນະຄອນອາເມຣັດ ອາຣັບ ແລະ ມີອີກຫຼາຍ ກວ່າ 45 ປະເທດທີ່ສະແດງເຈດຈຳນົງໃນການເຂົ້າຮ່ວມກຸ່ມດັ່ງ ກ່າວ. ກອງປະຊຸມສຸດຍອດ ກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ ປະເທດບຣາຊິນ.