ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ພັນຄຳ ວິພາວັນ ຢ້ຽມຢາມໂຮງງານ ຜະລິດຫົວອາຫານສັດ ໄຊມິ່ງເມືອງ

Jan 12, 2025

ວັນທີ 10 ມັງກອນ 2025ຜ່ານມານີ້, ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນ ໄດ້ມາຢ້ຽມຢາມໂຮງງານຜະລິດຫົວອາຫານສັດໄຊມິ່ງເມືອງ ຕັ້ງຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ.
ໂຮງງານຫົວອາຫານສັດແຫ່ງນີ ໄດ້ກໍ່ສ້າງໃນປີ 2012 ແລະສຳເລັດໃນປີ 2013 ແລະ ມອບໂຮງງານຜະລິດອາຫານສັດພາກເໜືອ ເປັນຂອງຂັວນໃຫ້ແກ່ລັດຖະບານລາວ ໃນວັນທີ 29 ກັນຍາ 2013 ເພື່ອເປັນການຊ່ວຍພັດທະນາຂະແໜງປູກຝັງ, ລ້ຽງສັດໃນເຂດພາກ ເໜືອຂອງລາວ, ເປັນສັນຍາລັກໜຶ່ງແຫ່ງການຮ່ວມມືລາວ-ຈີນ, ຈີນ-ລາວ. ຊຶ່ງມີກຳລັງການຜະລິດຂອງໂຮງງານແມ່ນ 60,000 ໂຕນ/ປີ. ມາເຖິງປີ 2022 ໄດ້ຢຸດເຊົາການຜະລິດຊົ່ວຄາວ, ຕໍ່ມາໃນປີ 2023 ສືບຕໍ່ດຳເນີນກິດຈະການໂຮງງານ ອາຫານສັດ ແລະ ໄດ້ດໍາເນີນການຜະລິດອາຫານສັດ ເພື່ອສະ ໜອງ ໃຫ້ແກ່ການລ້ຽງສັດພາຍໃນແຂວງອຸດົມໄຊ ແລະ ແຂວງໃກ້ຄຽງພາຍໃນປະເທດລາວ.
ມາຮອດປັດຈຸບັນ ໄດ້ມີການຈັດຕັ້ງທາງດ້ານກົງຈັກບຸກຄະລາກອນ ແລະ ໄດ້ປັບປຸງບັນດາເຄື່ອງຈັກ, ໂຮງເຮືອນ ເພື່ອກຽມ ພ້ອມໃນການຜະລິດອາຫານສັດ, ສາມາດຜະລິດອາຫານສັດສໍາເລັດຮູບບາງຊະນິດໄດ້ຢ່າງເປັນປົກຕິ ພ້ອມຈະຈໍາໜ່າຍໃຫ້ແກ່ການລ້ຽງສັດ.
ການຜະລິດຫົວອາຫານສ່ວນໃຫຍ່ແມ່ນນຳໃຊ້ວັດຖຸດິບພາຍ ໃນເປັນຕົ້ນແມ່ນສາລີ 60% ພ້ອມນັ້ນກໍໄດ້ນຳເຂົ້າຈາກ ສປ ຈີນ ເປັນຕົ້ນແມ່ນ ປຼີມິກ, ກາກຖົ່ວເຫຼື່ອງ, ນໍ້າມັນຖົ່ວ. ປັດຈຸບັນສາມາດຜະລິດຫົວອາຫານໄກ່ນ້ອຍ, ໄກ່ກາງ, ໄກ່ໄຂ່, ໝູກາງ, ໝູໃຫຍ່, ເປັດນ້ອຍ ແລະ ຈຳໜ່າຍໃນບັນດາແຂວງພາກເໜືອຂອງລາວ.
ໃນໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ຊີ້ນຳໃຫ້ຄະນະນໍາໂຮງ ງານເອົາໃຈໃສ່ຜະລິດຫົວອາຫານ ໃຫ້ໄດ້ຄຸນນະພາບ, ສາມາດແຂ່ງ ຂັນໃນທ້ອງຕະຫຼາດ ພ້ອມທັງເຮັດໃຫ້ລາຄາຫົວອາຫານຖືກກວ່າຫົວອາຫານນຳເຂົ້າຈາກຕ່າງປະເທດ ແລະ ເນັນໃຫ້ການນຳແຂວງອຸດົມໄຊ ເປັນເຈົ້າການຕິດຕາມ,ກວດກາ ແລະ ຊຸກຍູ້ໃຫ້ການຜະ ລິດຫົວອາຫານ ຕອບສະໜອງໃຫ້ແກ່ປະຊາຊົນບັນດາເຜົ່າໃນການລ້ຽງສັດ ພ້ອມທັງສ້າງເງື່ອນໄຂໃຫ້ທາງໂຮງງານໄດ້ນຳໃຊ້ວັດຖຸດິບຈາກພໍ່ແມ່ປະຊາຊົນພາຍໃນແຂວງ ເພື່ອຊ່ວຍເຫຼືອປະຊົນໃຫ້ມີລາຍຮັບ ແລະ ສາມາດແກ້ໄຂຄວາມທຸກຍາກໄດ້ເທື່ອລະກ້າວ.
ຂ່າວ: ຄຳພູສະຫວັນ ເພັນສະຫວັດ, ພາບ: ສຸວັນທອງ ປັນຍາຂັນ