ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 7 ມິຖຸນາ 2023 ນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວ ໜ້າກົມໃຫຍ່ເສນາທິການກອງທັບປະ ຊາຊົນລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດ ອາຊຽນ ຄັ້ງທີ 20 ( ASEAN Chiefs of Defence Forces Meeting (ACDFM)-20) ທີ່ ບາຫຼີ, ອິນໂດເນເຊຍ. ພາຍໃຕ້ຫົວຂໍ້ “ ສັນຕິພາບ, ວັດທະນາຖາວອນ ແລະ ຄວາມຫມັ້ນຄົງ” ໂດຍການເປັນປະທານຂອງ ທ່ານ ພົນເອກ ຢູໂດະ ມາໂກໂນະ ຜູ້ບັນຊາການທະຫານສູງສຸດກອງທັບອິນ ໂດເນເຊຍ. ມີບັນດາຜູ້ແທນຜູ້ບັນຊາການທະຫານສູງສຸດ ແລະ ຄະນະຜູ້ແທນຂອງກອງທັບບັນດາປະເທດສະມາຊິກອາຊຽນ ລວມທັງ ຕີມໍ ແລັດສເຕ ເຂົ້າຮ່ວມ.
ໃນກອງປະຊຸມຜູ້ບັນຊາການທະ ຫານສູງສຸດ ອາຊຽນ ຄັ້ງທີ 20 ຄັ້ງນີ້, ຫົວໜ້າຄະນະໄດ້ ແລກປ່ຽນທັດສະນະກ່ຽວກັບສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງໃນພາກພື້ນ ທີ່ນັບມື້ນັບເພີ່ມທະວີຄວາມສະຫລັບຊັບຊ້ອນ ແລະ ຍາກທີ່ຈະຄາດ ຄະເນໄດ້ເປັນຕົ້ນແມ່ນ: ການແຂ່ງຂັນກັນຂອງປະເທດມະຫາອໍານາດ, ອາຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ, ຄວາມໝັ້ນຄົງທາງລະບົບຄອມພິວເຕີ, ໄພພິບັດທາງທຳມະຊາດ ແລະ ອື່ນໆ. ນອກຈາກນີ້ ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບຊ່ອງທາງເພື່ອເພີ່ມທະວີການຮ່ວມມືທີ່ເປັນຮູບປະທຳ, ເສີມຂະຫຍາຍຄວາມເປັນໜຶ່ງດຽວຂອງອາຊຽນ, ສົ່ງເສີມຄວາມສາມັກຄີ, ຄວາມອາດສາມາດ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນເພື່ອພ້ອມກັນຮັບມືກັບສິ່ງທ້າທາຍຮ່ວມກັນ ໂດຍຜ່ານບັນດາກົນໄກທີ່ມີຢູ່ໃນຂອບການຮ່ວມມືຂອງກອງປະຊຸມລັດຖະ ມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ເປັນຕົ້ນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.
ໂອກາດນີ້ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນຄັ້ງທີ 20 ACDFM-20 ກໍ່ໄດ້ຮັບຟັງບົດລາຍງານໝາກຜົນກອງປະຊຸມຜູ້ນຳສືບຂ່າວກອງ ທັບບັນດາປະເທດອາຊຽນ ຄັ້ງທີ 20 (AMIM-20) ແລະ ກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄັ້ງທີ 13 (AMOM-13). ພ້ອມທັງຮັບ ຮອງເອົາແຜນການເຄື່ອນໄຫວສອງປີຂອງກອງທັບບັນດາປະເທດອາຊຽນ (2023-2025) ແລະ ເຫັນດີເປັນເອກະພາບລົງນາມຖະແຫຼງການຮ່ວມກອງປະຊຸມ. ພິເສດ ໃນປີນີ້ ກອງປະຊຸມໄດ້ຮັບຮອງເອົາເອກະສານວ່າດ້ວຍ ລະບຽບຫຼັກການກ່ຽວກັບການຈັດກອງປະຊຸມ ແລະ ກິດຈະກໍາ ພາຍໃຕ້ຂອບກອງປະຊຸມຜູ້ບັນຊາການທະຫານສູງສຸດ (Protocol to the Scheduling of the ASEAN Chiefs of Defence Forces Meeting) ທີ່ກອງທັບປະຊາຊົນລາວເປັນຜູ້ຮ່າງ. ເອກະສານດັ່ງກ່າວແມ່ນເພື່ອ ຊຸກຍູ້ໃຫ້ບັນດາກອງປະຊຸມເຫຼົ່າທັບ ແລະ ບໍ່ແມ່ນເຫຼົ່າທັບ ໄດ້ຮັບການຈັດຕັ້ງກ່ອນກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ ເພື່ອສາມາດລາຍງານຜົນຂອງກອງປະຊຸມຂອງຕົນ ໃຫ້ແກ່ກອງປະຊຸມຜູ້ບັນຊາການທະຫານສູງສຸດ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ມີພິທີມອບໂອນການເປັນປະທານກອງປະ ຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຈາກກອງທັບ ອິນໂດເນເຊຍ ໃຫ້ແກ່ ກອງ ທັບປະຊາຊົນລາວ ໃນຖານະເປັນປະທານກອງປະຊຸມ ລັດຖະມົນຕີປ້ອງກັນປະ ເທດອາຊຽນ, ອາຊຽນ-ບວກ, ກອງປະ ຊຸມຜູ້ບັນຊາການທະຫານສູງສຸດ ຄັ້ງທີ 21 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນປີ 2024.
ພາບ-ຂ່າວ: ທອງມາ ໄຊຍະເພັງສາ