ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະປີ 2024 ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ 2024. ທ່ານກ່າວວ່າ: ຕໍ່ທິດທາງແຜນການ ປີ 2025 ໃນການແກ້ໄຂບັນຫາຢາເສບຕິດ, ໂດຍພື້ນຖານ ຄະນະປະຈໍາສະພາແຫ່ງຊາດແມ່ນເປັນເອກະພາບຕາມທິດທາງແຜນການຂອງລັດຖະບານ ທີ່ໄດ້ສະເໜີຕໍ່ກອງປະຊຸມສະພາຄັ້ງນີ້.

ຢ່າງໃດກໍຕາມ ຄະນະປະຈຳສະພາແຫ່ງຊາດ ມີບາງຄໍາເຫັນເພື່ອໃຫ້ລັດຖະບານພິຈາລະນາຈັດຕັ້ງປະຕິບັດໃນຕໍ່ໜ້າ ດັ່ງນີ້:
1). ໃຫ້ເອົາໃຈໃສ່ຄົ້ນຄວ້າ, ວິເຄາະ ວິໄຈ ບັນຫາທີ່ຍັງເປັນຂໍ້ຄົງຄ້າງ, ເປັນອຸປະສັກ ແລະ ເປັນຂອດອຸດຕັນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາໃຫ້ຮູ້ສາເຫດຢ່າງລະອຽດ, ຈະແຈ້ງ, ຈາກນັ້ນ ໃຫ້ກໍານົດວິທີການ ແລະ ມາດຕະການ ແກ້ ໄຂໃຫ້ບັນລຸໃນລະດັບທີ່ແນ່ນອນ ຈຶ່ງຈະສ້າງ ໄດ້ກໍາລັງແຮງອັນແທ້ຈິງໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຫາປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
2) ສືບຕໍ່ໂຄສະນາສ້າງຄວາມຮັບຮູ້ທາງດ້ານກົດໝາຍ ແລະ ຜົນຮ້າຍຂອງບັນຫາຢາເສບຕິດໃຫ້ ທົ່ວເຖິງທຸກເປົ້າໝາຍໃນສັງຄົມ ໂດຍສະເພາະແມ່ນບັນດາເປົ້າໝາຍທີ່ເປັນກຸ່ມສ່ຽງ, ບ່ອນຫ່າງໄກສອກຫຼີກ, ທຸລະກັນດານໂດຍນໍາໃຊ້ກໍາລັງສັງລວມຂອງທົ່ວປວງຊົນ, ໃນນັ້ນ ສະຖາບັນຄອບຄົວ, ອົງການ ຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນ ເປັນຫຼັກແຫຼ່ງ ຈຶ່ງຈະເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍ ຂອງບັນຫາຢາເສບຕິດ ໄດ້ຮັບການເຄື່ອນ ໄຫວຢ່າງເຂັ້ມແຂງ, ສັງຄົມມີການຫັນປ່ຽນ ດ້ານຕັ້ງໜ້າຢ່າງແທ້ຈິງ;
3) ກວດກາຄືນບັນດາກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງອັນໃດບໍ່ທັນມີ ຫຼື ບໍ່ທັນສອດຄ່ອງ ໂດຍສະເພາະນິຕິກໍາທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂທດຕໍ່ຜູ້ກະທໍາຜິດກ່ຽວກັບຢາເສບຕິດທີ່ເກີດຂຶ້ນໃໝ່ໃຫ້ຂຸ້ນຂ້ຽວສ້າງ ຫຼື ປັບປຸງໃຫ້ສໍາເລັດໂດຍໄວ ເພື່ອຮອງຮັບໃຫ້ແກ່ການຕັດສິນຄະດີເປັນໄປຕາມກົດໝາຍກໍານົດໄວ້;
4) ເອົາໃຈໃສ່ປັບປຸງ ແລະ ຝຶກອົບຮົມທັກສະດ້ານການເປັນມືອາຊີບ ໃຫ້ແກ່ກໍາລັງ ປກສ ຫຼາຍຂຶ້ນ ແລະ ເປັນປົກກະຕິ, ຕໍ່ເນື່ອງ ໂດຍສະເພາະແມ່ນ ປກສ ຂັ້ນເມືອງ, ຂັ້ນບ້ານ, ປະກອບງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ ທີ່ຈໍາເປັນ ເພື່ອໃຫ້ເຂົາ ເຈົ້າມີຄວາມສາມາດ ແລະ ເປັນເຈົ້າຕົນເອງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ຂັ້ນຮາກຖານໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ;
5) ເອົາໃຈໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ ບໍ່ໃຫ້ລັກລອບປູກຝິ່ນ ແລະ ພືດທີ່ມີສານເສບຕິດ, ທັງຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອ ໃຫ້ເຂົາເຈົ້າ ໄດ້ເຂົ້າຮ່ວມໃນໂຄງການປູກພືດທົດແທນໃຫ້ຫຼາຍຂຶ້ນ ແລະ ຫັນເປັນອາຊີບແບບຖາວອນໝັ້ນຄົງ, ພ້ອມທັງຕິດຕາມກວດກາດໍາເນີນມາດຕະການດ້ານກົດໝາຍ ຕໍ່ຜູ້ສະໜອງທຶນຢູ່ເບື້ອງຫຼັງຢ່າງເຂັ້ມງວດ.
6) ເພີ່ມທະວີຄວາມເປັນເຈົ້າການໃນການພົວພັນປະສານສົມທົບ ກັບບັນດາປະເທດໃກ້ຄຽງທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະແມ່ນປະເທດທີ່ຍັງມີພື້ນທີ່ ທີ່ມີຄວາມສ່ຽງໃນການຂົນສົ່ງ, ຄ້າ-ຂາຍ ແລະ ເປັນບ່ອນຜະລິດຢາເສບຕິດ ເພື່ອຊອກຫາວິທີແກ້ໄຂຮ່ວມກັນໃຫ້ຫຼາຍຂຶ້ນ.



