ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ໃນຕອນບ່າຍຂອງວັນທີ 24 ກຸມພາ 2022, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ຕໍ່ພະນັກງານ ກົມບໍລິຫານ-ພິທີການ ແລະ ການເງິນ ແລະ ຫໍປະຊຸມແຫ່ງຊາດ ທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ). ຈຸດປະສົງຂອງການພົບປະໂອ້ລົມ ເພື່ອຮັບຟັງການລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຄົງຄ້າງຕ່າງໆ ແລະ ການສະເໜີ ເພື່ອປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍການຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການປະຕິບັດໜ້າທີ່ການເມືອງ ໃຫ້ໄດ້ຮັບຜົນດີ.

ໃນໂອກາດນີ້, ທ່ານ ຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ ແລະ ທ່ານຫົວໜ້າຫໍປະຊຸມແຫ່ງຊາດ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ວຽກງານຮອບດ້ານພາຍໃນກົມ ແລະ ພາກສ່ວນຂອງຕົນ ໃຫ້ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຮັບຊາບ. ຫຼັງຈາກນັ້ນ,​ ທ່ານ ລັດຖະມົນຕີ ກໍ່ໄດ້ເປີດໂອກາດ ໃຫ້ພະນັກງານທີ່ເຂົ້າຮ່ວມ ປະກອບຄຳຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ. ຜ່ານການຟັງລາຍງານ ແລະ ແລກປ່ຽນຄຳຄິດເຫັນ, ທ່ານ ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານ ຂອງສອງພາກສ່ວນດັ່ງກ່າວ, ຊຶ່ງສະແດງເຖິງ ຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ ສາມາດຕອບສະໜອງໄດ້ ທັງວຽກງານຮີບດ່ວນ ແລະ ວຽກງານປົກກະຕິ. ພ້ອມກັນນັ້ນ ກໍ່ໄດ້ຕີລາຄາສູງ ຕໍ່ການເຂົ້າຮ່ວມ, ພົບປະ ແລະ ແລກປ່ຽນຄຳຄິດເຫັນ ຂອງພະນັກງານໃນຄັ້ງນີ້ ແມ່ນມີລັກສະນະເປັນກັນເອງ, ຮັບຟັງ ແລະ ປະກອບຄຳຄິດເຫັນ ຢ່າງພາວະວິໄສ, ສ້າງສັນ ແລະ ກົງໄປກົງມາ.

ເພື່ອເສີມຂະຫຍາຍາຍຈຸດດີ ແລະ ຜົນສຳເລັດທີ່ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ, ທັງເປັນບ່ອນອີງ ໃນການປັບປຸງແກ້ໄຂວຽກງານບາງດ້ານ ທີ່ຍັງຄົງຄ້າງ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຮຽກຮ້ອງໃຫ້ພະນັກງານ ທົ່ວກົມບໍລິຫານ, ພິທີການ-ການເງິນ ແລະ ຫໍປະຊຸມແຫ່ງຊາດ ຕ້ອງພ້ອມກັນບຸກທະລຸ ສ້າງບາດກ້າວຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:

  1. ເອົາໃຈໃສ່ ຕໍ່ການກຳສະພາບພະນັກງານ ທັງທາງດ້ານຈຳນວນ, ຄຸນນະພາບ, ຄຸນລັກສະນະ ແລະ ປັດໃຈອື່ນໆ ທີ່ກ່ຽວຂ້ອງ;
  2. ຖືສຳຄັນ ແລະ ເອົາໃຈໃສ່ລົງເລີກ ການເຜີຍແຜ່ເຊື່ອມຊືມ ບັນດາເອກະສານຂອງພັກ, ນິຕິກຳຂອງລັດ ໃຫ້ເລິກ ເຊິ່ງທົ່ວເຖິງ ແລະ ເປັນຂະບວນການແທ້, ແນໃສ່ສ້າງພະນັກງານ ໃຫ້ມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ບຸກຄົນ ຕ້ອງຂຶ້ນກັບການຈັດຕັ້ງ, ຂັ້ນລຸ່ມ ຕ້ອງຂຶ້ນກັບຂັ້ນເທິງ; ຕ້ອງເຄົາລົບ ແລະ ປະຕິບັດຫຼັກການ ລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ; ປະຕິບັດລະບອບຫົວໜ້າດຽວ, ແບ່ງໃຫ້ບຸກຄົນຮັບຜິດຊອບ ຢ່າງຈະແຈ້ງ; ເອົາໃຈໃສ່ ປະຕິບັດກົດລະບຽບຂອງພັກ, ລະບອບແບບແຜນ ແລະ ກົນໄກການເຮັດວຽກ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ດ້ວຍຄວາມເປັນເອກະພາບ;​
  3. ຮຽກຮ້ອງ ທັງສອງພາກສ່ວນ ທີ່ເຂົ້າຮ່ວມພົບປະໃນຄັ້ງນີ້ ຕ້ອງເປັນຈິດໜິ່ງໃຈດຽວ ໃນການສ້າງການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນວຽກງານຂອງຕົນ ໂດຍມອບໃຫ້ຄະນະໜ່ວຍພັກ ນຳພາສຳມະນາ ຮ່ວມກັບສະມາຊິກພັກ-ພະນັກງານ ວ່າກົມຂອງຕົນ ຕ້ອງຫັນປ່ຽນຈັກດ້ານ, ແຕ່ລະດ້ານ ມີອັນໃດແດ່ ເພື່ອສັງລວມລາຍງານ ຕໍ່ຄະນະປະຈຳພັກ ຫສນຍ;
  4. ສະເພາະ ກົມບໍລິຫານ, ພິທີການ-ການເງິນ ຕ້ອງໄດ້ເພີ່ມທະວີຄວາມໃກ້ຊິດຕິດແທດກັບພະນັກງານ ໃນການເຮັດວຽກງານການເມືອງແນວຄິດ; ປັບປຸງການບໍລິຫານລັດ ໃຫ້ເປັນມືອາຊີບ, ມີແບບແຜນ, ຖືກລະບຽບຫຼັກການ; ປັບປຸງຂອດພິທີການ ໃຫ້ມີຄວາມຄ່ອງແຄ້ວກວ່າເກົ່າ, ອັນສໍາຄັນ ດ້ານຈັນຍາບັນ ຈະຕ້ອງໄດ້ຈັດຝຶກອົບຮົມ ໃຫ້ພະນັກງານຂັບລົດຮັບໃຊ້ການນຳ ໂດຍສະເພາະ ຫົວຂໍ້ ກ່ຽວກັບມາລະຍາດການສື່ສານ, ມາລະຍາດການຂັບຂີ່, ຊຶ່ງເດັດຂາດ ແມ່ນບໍ່ໃຫ້ມີພະນັກງານຂັບລົດ ຈາກ ຫສນຍ ລະເມີດກົດຈະລາຈອນ ຫຼື ບໍ່ເປັນແບບຢ່າງ ຊຶ່ງຈະພາໃຫ້ເສຍພາບພົດ, ຂາດຄວາມໜ້າເຊື່ອຖື ຈາກສັງຄົມ; ພ້ອມກັນນັ້ນ ກໍ່ໃຫ້ຮັບປະກັນໄດ້ສຳນັກງານຫ້ອງການ ພາຍໃນ ຫສນຍ ມີສະພາບແວດລ້ອມທີ່ດີ ແລະ ໜ້າຢູ່; ຮັບປະກັນ ໃຫ້ສຳນັກງານ ຫສນຍ ມີຄວາມປອດໄພ 100% ໂດຍເພີ່ມຄວາມໃກ້ຊິດ ກັບໜ່ວຍງານວິຊາສະເພາະທີ່ກ່ຽວຂ້ອງ, ການເຂົ້າ-ອອກ ຕ້ອງມີຄວາມປອດໄພ;
  5. ຕໍ່ຫໍປະຊຸມແຫ່ງຊາດ, ສະເໜີໃຫ້ຄະນະຫໍປະຊຸມແຫ່ງຊາດ ຮ່ວມກັນສ້າງແຜນການບໍລິຫານກຸ້ມຕົນເອງ ໃຫ້ສຳ ເລັດ ໃນເວລາອັນຄວນ ເພື່ອສະເໜີຕໍ່ຄະນະນຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍນຳເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ ໃນວຽກງານດັ່ງກ່າວ ເຂົ້າມາຊ່ວຍ; ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ເຊື່ອໝັ້ນ ຕໍ່ລະບົບການຈັດຕັ້ງ; ສະເໜີມີກົນໄກ ສ້າງການຕະຫຼາດໃຫ້ຕົນເອງຫຼາຍຂຶ້ນ, ເຮັດໃຫ້ຫໍປະຊຸມ ຖືກໃຊ້ບໍລິການ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ.

ໃນມື້ດຽວກັນນີ້, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍັງໄດ້ເຄື່ອນໄຫວກວດກາເບິ່ງອາຄານ ຫສນຍ ຫຼັງເກົ່າ ທີ່ມີແຜນ ຈະປັບປຸງກໍ່ສ້າງ ເປັນຫໍມູນເຊື້ອລັດຖະບານ ຕື່ມອີກ.

 

ສັງລວມທັງໝົດນັ້ນ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ຮັບປະກັນໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຮັດສຳເລັດໜ້າທີ່ ຕາມຄຳຂວັນ 3 ດີ ຂອງຕົນ (ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ), ກາຍເປັນອົງການ ທີ່ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ, ວ່ອງໄວ, ທັນການ, ສົມກັບເປັນສະຖານທີ່ເຮັດວຽກຂອງການນຳຂັ້ນສູງ, ເປັນໃຈກາງ ການປະສານງານ, ເປັນຜູ້ບໍລິການຮັບໃຊ້ ລັດຖະບານ ແລະ ປະຊາຊົນ ຢ່າງແທ້ຈິງ.

 

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ