ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ວະລາດີເມຍ ປູຕິນ ອະນຸມັດບັນຊີລາຍຊື່ຂອງສະມາຊິກໃນລັດຖະບານຊຸດໃໝ່

May 16, 2024

ຕອນຄ່ຳວັນທີ 14 ພຶດສະພານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມລັດຖະດຳລັດ ໂດຍໄດ້ອະນຸມັດບັນຊີລາຍຊື່ຂອງສະມາຊິກໃນລັດຖະບານຊຸດໃໝ່ ແລະ ຜູ້ຮັບຜິດຊອບຂອງພາກສ່ວນຕ່າງໆ.
ນອກຈາກນາຍົກລັດຖະມົນຕີແລ້ວ, ລັດຖະບານຊຸດໃໝ່ຍັງລວມທັງຮອງນາຍົກລັດຖະມົນຕີ 10 ທ່ານ ແລະ ລັດຖະມົນຕີ 21 ທ່ານ. ນອກຈາກນັ້ນ, ລັດຖະດຳລັດທີ່ໄດ້ຮັບການລົງນາມໂດຍ ທ່ານ ວະລາດີເມຍ ປູຕິນ ຍັງລວມທັງ ທ່ານ ເຊີເກ ນາຣີສະກິນ ດຳລົງຕຳແໜ່ງເປັນຫົວໜ້າກົມຂ່າວລັບຕໍ່ຕ່າງປະເທດ, ທ່ານ ອາເລັກຊານເດີ ວະຊິວເຢວິກ ບອດນິໂຄຟ ດຳລົງຕຳແໜ່ງເປັນຫົວໜ້າກົມຄວາມໝັ້ນຄົງຂອງສະຫະພັນແລະອື່ນໆ.
ທ່ານ ວະລາດີເມຍ ປູຕິນຈະສາບານຕົວຂຶ້ນຮັບຕຳແໜ່ງຢູ່ທຳນຽບແກລມແລັງ ແລະເລີ່ມຕົ້ນດຳລົງຕຳແໜ່ງ ປະທານາທິບໍດີ ສະໄໝທີ 5. ທ່ານໄດ້ແຕ່ງຕັ້ງ ທ່ານ ມີຄາອິວ ມີຊູສະຕິນ ເປັນນາຍົກລັດຖະມົນຕີ ໃນລັດຖະບານຊຸດໃໝ່ຢ່າງເປັນທາງການໃນວັນທີ 10 ພຶດສະພານີ້.
ທີ່ມາ:CMG FM93
May be an image of 1 person