ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງໄປຢ້ຽມຢາມຖາມຂ່າວ ສຳຫຼວດກວດກາ, ມອບເງິນ ແລະ ເຄື່ອງຊ່ວຍເຫຼືອປະຊາຊົນບ້ານໂພນສົມບູນ

Mar 30, 2026

ຕອນເຊົ້າວັນທີ 28 ມີນາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງໄປຢ້ຽມຢາມຖາມຂ່າວ ສຳຫຼວດກວດກາ, ມອບເງິນ ແລະ ເຄື່ອງຊ່ວຍເຫຼືອປະຊາຊົນບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນພັດຜ່ານ ເຮັດໃຫ້ເກີດໝາກເຫັບໃຫຍ່ຕົກໃສ່ຫຼັງຄາເຮືອນເສຍຫາຍເປັນຈຳນວນຫຼວງຫຼາຍ.
May be an image of one or more people, temple and crowd No photo description available.
ຫຼັງຈາກຢ້ຽມຢາມຖາມຂ່າວ ແລະ ກວດກາເບິ່ງຜົນເສຍຫາຍຕົວຈິງແລ້ວ, ນາຍົກລັດຖະມົນຕີໄດ້ມອບເງິນສົດ ແລະ ເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ໃຫ້ປະຊາຊົນທີ່ຫຍຸ້ງຍາກຂາດເຂີນ ແລະ ຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້.
ທັງນີ້, ແມ່ນສະແດງເຖິງຄວາມເປັນຫວ່ງເປັນໃຍຂອງລັດຖະບານທີ່ມີຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບຄວາມເດືອດຮ້ອນຈາກໄພພິບັດທາງທຳມະຊາດທີ່ເກີດຂຶ້ນ.
May be an image of one or more people and crowd May be an image of one or more people