ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ສະເຫຼີມໄຊ ກົມມະສິດ ​ອວຍພອນ​ວັນ​ຊາດຈີນ

Oct 1, 2024

ວັນ​ທີ 30 ກັນຍາ​ນີ້, ທີ່ນະຄອນຫຼວງວຽງຈັນ, ທ່ານ​ ສະເຫຼີມໄຊ ກົມມະສິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ໄດ້ຕາງໜ້າພັກ ແລະລັດຖະບານ ແຫ່ງ ສປປ ລາວ ເດີນທາງ​ໄປຢ້ຽມຢາມ​ສະຖານທູດ​ຈີນ ​ປະຈຳ​ລາວ ​ເພື່ອ​ອວຍພອນ​ໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ວັນທີ 1 ຕຸລາ ຄົບຮອບ 75 ປີ.
ທ່ານ ສະເຫຼີມໄຊ ກົມມະສິດກ່າວ​ວ່າ: ຕະຫຼອດ 75 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຈີນ​ໄດ້​ສາມັກຄີ​ກັນ​ ແລະ​ນຳພາ​ປະຊາຊົນ​ຈີນ​ບັນລຸ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ຕໍ່​ພາລະກິດ​ປົກປັກຮັກສາສັນ ຕິພາບ​ ແລະ​ການ​ພັດທະນາ​ສາກົນ ເຊິ່ງສິ່ງນີ້​ບໍ່​ພຽງ​ແຕ່​ແມ່ນ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຕົວຢ່າງ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາ​ອີກ​ດ້ວຍ. ລາວ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ແລະ​ຫຼາຍ​ຝ່າຍ​ກັບ​ຈີນ, ສືບ​ຕໍ່​ຊຸກຍູ້​ການ​ສ້າງ​ຄູ່ຮ່ວມ​ຊາຕາກໍາລາວ​-ຈີນ ແລະ​ຊຸກ​ຍູ້​ກໍາລັງແຮງ​ໃໝ່​ໃຫ້​ແກ່​ສັນຕິພາບ​ ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.
ຂະນະດຽວກັນ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະກ່າວຂອບ​ໃຈ​ຕໍ່ທ່ານຮອງນາຍົກລາວ ທີ່​ໄດ້​ເດີນທາງ​ມາຢ້ຽມຢາມເປັນ​ພິ​ເສດ, ທ່ານທູດຈີນກ່າວວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ດ້ານຍຸດ​ທະ​ສາດ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ລາວ​ໄດ້​ສືບ​ຕໍ່​ເຂົ້າສູ່​ລວງ​ເລິກ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ໃນການກໍ່ສ້າງ​ຄູ່ຮ່ວມຊາຕະກໍາ​ໃຫ້ມີ​ມາດ ຕະຖານ​ສູງ, ຄຸນ​ນະພາ​ບສູງ ແລະ​ລະດັບສູງ ແລະຮ່ວມ​ກັນ​ຮັກສາ​ທິດ​ທາງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ທີ່​ຖືກຕ້ອງ ​ແລະ ​ຕ່າງຝ່າຍຕ່າງມີຜົນ​ປະ​ໂຫຍ​ດຫຼາຍກ​ວ່າ​ເກົ່າ​ໃຫ້ແກ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ລວມທັງ​ຈີນ​ ແລະ​ ລາວ.
ທີ່ມາ: CMG FM93