ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສະເຫຼີມໄຊ ກົມມະສິດ ຮ່ວມປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ

Feb 22, 2026

ເຊົ້າວັນທີ 22 ກຸມພາ 2026 ຢູ່ໜ່ວຍເລືອກຕັ້ງຫ້ອງການ ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວຽງຈັນ (ສສ ນວ) ຢ່າງຄຶກຄື້ນ.
May be an image of one or more people and text May be an image of one or more people and text
ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ປະເທດຊາດ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ເພື່ອໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.ສະນັ້ນ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ, ຈົ່ງພ້ອມກັນໄປໃຊ້ສິດຂອງຕົນເອງເພື່ອເລືອກເອົາຕົວແທນຂອງຕົນໄປເຮັດໜ້າທີ່ຢູ່ສະພາແຫ່ງຊາດຢ່າງພ້ອມພຽງ.
May be an image of dais and text May be an image of one or more people and text
ສຳລັບບ້ານໂພນສີນວນ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີພົນລະເມືອງທັງໝົດ 1.496 ຄົນ ຍິງ 813 ຄົນ ມີໜ້າປ່ອນບັດຕົວຈິງ 1.082 ຄົນ ຍິງ 615 ຄົນ. ໃນນີ້, ຈຸດຫ້ອງການບ້ານໂພນສີນວນ ມີ 539 ຄົນ ຍິງ 318 ຄົນ, ຈຸດໂຮງຮຽນປະຖົມ ມີ 543 ຄົນ ຍິງ 297 ຄົນ. ບັນຍາກາດການປ່ອນບັດເລືອກຕັ້ງຈຸດນີ້ເຕັມໄປດ້ວຍຄວາມຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ ແລະອື່ນໆ.
ບັ້ນເລືອກຕັ້ງຄັ້ງນີ້, ສະເພາະຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ລົງສະໝັກທັງໝົດ 25 ທ່ານ, ເລືອກເອົາ 19 ທ່ານ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງສີສັດຕະນາກ, ມີຜູ້ລົງສະໝັກຮັບເລືອກຕັ້ງ ທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
May be an image of one or more people, people studying, hospital and text
ພາບ-ຂ່າວ: ກະແຕ