ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນວົງເເຄບ
ໃນວັນທີ 4 ກຸມພາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນວົງເເຄບ ໂດຍການເປັນປະທານອາຊຽນຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນ ມີຄວາມສຳຄັນ: ເປັນສູນກາງແຫ່ງການພັດທະນາ (ASEAN Matters: Epicentrum of Growth)”. ກອງປະຊຸມ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ສະພາບການໃນ ມຽນມາ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືກັບພາຍນອກ, ຊຶ່ງກອງປະຊຸມ ໄດ້ເຫັນດີຍຶດໝັ້ນໃນຫຼັກການຄວາມເປັນແກນກາງຂອງອາຊຽນໃນການພົວພັນກັບພາຍນອກ ໃນທ່າມກາງສະພາບການຂອງໂລກມີການປ່ຽນແປງ. ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ປຶກສາຫາລືໃນການກະກຽມຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ ກັບບາງຄູ່ເຈລະຈາອາຊຽນ ເຊັ່ນ: ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ແລະ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024, ແລະ ການຈັດກອງປະຊຸມສຸດຍອດ ອາຊຽນ-ສະພາການຮ່ວມມືອ່າວ (ASEAN-Gulf Cooperation Council) ໃນປີ 2023 ນີ້. ໃນໂອກາດນີ້, ກອງປະຊຸມ ໄດ້ເເລກປ່ຽນຄວາມຄິດຄວາມເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ