ຕອນເຊົ້າວັນທີ 24 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບ ແລະ ປະທານ 3 ກອງປະຊຸມຄື: ກອງປະຊຸມຄະນະກຳມະທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ (Meeting of the Southeast Asia Nuclear Weapon-Free Zone Commission), ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (ASEAN Foreign Ministers’ Interface with the ASEAN Intergovernmental Commission on Human Rights Representatives) ແລະ ກອງປະຊຸມປຶກສາຫາລືແບບບໍ່ເປັນທາງການລະຫວ່າງ ອະດີດປະທານອາຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວ ກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ (Informal Consultation on the Implementation of Five-Point Consensus).
ກອງປະຊຸມຄະນະກຳມະທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານ ຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ (2023–2027) ແລະ ໄດ້ປຶກສາຫາລື ກ່ຽວກັບການເຂົ້າເປັນພາຄີ ຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ຂອງ ຕີມໍແລັດສະເຕ. ພ້ອມນີ້, ກອງປະຊຸມໄດ້ຮັບຊາບການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດກິດຈະກໍາການຮ່ວມມືລະຫວ່າງ ກອງເລຂາອາຊຽນ ແລະ ກອງເລຂາຂອງອົງກອນເກືອດຫ້າມການຄອບຄອງອາວຸດນິວເຄລຍ ໃນຂົງເຂດທະວີບອາເມລິກາລາຕິນ ແລະ ຄາຣິບຽນ ເພື່ອແລກປ່ຽນບົດຮຽນກ່ຽວກັບ ເຂດປອດອາວຸດນິວເຄລຍ.
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນກັບຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ. ໃນການພົບປະດັ່ງກ່າວ, ທ່ານ ຢົ້ງ ຈັນທະລັງສີ, ໃນນາມປະທານຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ປີ 2024 ໄດ້ລາຍງານກ່ຽວກັບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ກິດຈະກໍາບູລິມະສິດຂອງຄະນະກໍາມາທິການດັ່ງກ່າວ ໃນໄລຍະ 1 ປີຜ່ານມາ ກ່ຽວກັບການປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງ, ສິດທິຂອງຜູ້ພິການ ລວມເຖິງ ການຕ້ານການຄ້າມະນຸດ ແລະ ການກະກຽມສ້າງແຜນວຽກ 5 ປີ ສະບັບໃໝ່ (2026- 2030) ເພື່ອໃຫ້ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2045. ລັດຖະມົນຕີຕ່າງປະເທດອາຊຽນ ຕີລາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາກິດຈະກໍາຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄື ຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກຳມາທິການດັ່ງກ່າວ ສືບຕໍ່ປະຕິບັດ ຕາມພາລະບົດບາດຂອງຕົນ ແລະ ຈັດຕັ້ງປະຕິບັດ ບັນດາກິດຈະກຳບູລິມະສິດ ສຳລັບ ປີ 2025 ໃຫ້ສຳເລັດ ແລະ ມີປະສິດທິຜົນ.
ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ເພື່ອປຶກສາຫາລືກ່ຽວກັບການເພີ່ມທະວີການພົວພັນຮ່ວມມືສອງຝ່າຍນໍາກັນ.





