ໃນວັນທີ 7 ພະຈິກນີ້ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນນາມປະທານອາຊຽນປີ 2024 ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍກການເປັນຄູ່ຮ່ວມມື ອາຊຽນ – ສ ເກົາຫຼີ ເພື່ອສະເຫຼີມສະ ຫຼອງການພົວພັນຮ່ວມມື ອາຊຽນ – ສ ເກົາຫຼີ ຄົບຮອບ 35 ປີ ໃນປີ 2024, ການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ – ສ ເກົາຫຼີ ແລະ ສະເຫຼີມສະຫຼອງຄົບຮອບ 15 ປີ ແຫ່ງການສ້າງຕັ້ງສູນອາຊຽນ-ສ ເກົາຫຼີ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ – ສ ເກົາຫຼີ ຕະຫຼອດໄລຍະ 35 ປີຜ່ານມາ, ໄດ້ປະກອບສ່ວນສໍາຄັນ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືເປົົ້າໝາຍ ລວມແຫ່ງການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ແລະ ໃນໂລກ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການຍົກລະດັບການພົວພັນ ອາຊຽນ-ສ ເກົາຫຼີ ຂື້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ – ສ ເກົາຫຼີ ໃນກອງປະຊຸມສຸດຍອດອາຊຽນ- ສ ເກົາຫຼີ ຄັ້ງທີ 25 ໃນເດືອນຕຸລາ 2024 ທີ່ນະຄອນ ຫຼວງວຽງຈັນ. ການຍົກລະດັບການພົວພັນຮ່ວມມືດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມໝາຍໝັ້ນຂອງອາຊຽນ ແລະ ສ ເກົາຫຼີ ທີ່ຈະສືບຕໍ່ຮ່ວມມືກັນ ເພື່ອຮັດແໜ້ນການພົວພັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາເຫັນ ເພື່ອກໍານົດທິດທາງຕໍ່ໜ້າ ໃນການຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ ໂດຍສະເພາະ ເນັ້ນການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດເຊັ່ນ: ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການໄປມາຫາສູ່ລະ ຫວ່າງປະຊາຊົນ, ການສຶກສາ, ການແລກປ່ຽນດ້ານວັດທະນະທໍາ ໂດຍຜ່ານບັນດາກິດຈະກໍາພາຍໃຕ້ ສູນອາຊຽນ – ສ ເກົາຫຼີ.
ໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບທ່ານ ໂຈ ແທ ຢຸນ ລັດຖະມົນຕີຕ່າງປະເທດ ສ ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືໃນໄລຍະທີ່ຜ່ານມາ ໂດຍສະເພາະ ຜົນການພົບປະສອງຝ່າຍ ລະຫວ່າງ ພະ ນະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ຢຸນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ ເກົາ ຫຼີ ເນື່ອງໃນໂອກາດມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ – ສ ເກົາຫຼີ ຄັ້ງທີ 25 ທີ່ນະຄອນຫຼວງວຽງຈັນ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະ 3 ທົດສະວັດຜ່ານມາ ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການຮ່ວມມືດ້ານເສດຖະກິດ-ການຄ້າ, ການສົ່ງເສີມດ້ານການທ່ອງທ່ຽວ, ຊຸກ ຍູ້ຂົງເຂດການລົງທຶນ, ຂົງເຂດອຸດສາຫະກໍາການຜະລິດ, ອຸດສາຫະກໍາຍານຍົນ, ອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ ແລະ ອື່ນໆ.
ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ຈາກ ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ໃນໄລຍະຜ່ານມາ ຊຶ່ງໄດ້ສຸມໃສ່ຂະແໜງການບຸລິມະສິດຂອງ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາຂະແໜງສາທາລະນະສຸກ, ການເກັບກູ້ລະ ເບີດບໍ່ທັນແຕກ (UXO) ແລະ ການພັດທະນາຊົນນະບົດ, ການພັດທະ ນາຊັບພະຍາກອນມະນຸດ, ການຊ່ວຍເຫຼືອດ້ານແຮງງານ ແລະ ອື່ນໆ.
ພິເສດ ແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະ ທານອາຊຽນ 2024. ພ້ອມນີ້, ກໍ່ໄດ້ສະເໜີໃຫ້ສອງຝ່າຍ ປຶກ ສາຫາລືກ່ຽວກັບການກະກຽມຈັດພິທີສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ໃຫ້ມີຄວາມຟົດຟື້ນ ແລະ ມີຄວາມໝາຍອັນເລິກເຊິ່ງ ເພື່ອສະແດງໃຫ້ເຫັນເຖິງການຮ່ວມມືອັນມີໝາກຜົນ ລະຫວ່າງ ສປປ ລາວ – ສ ເກົາຫຼີ ຕະຫຼອດໄລຍະ 30 ປີ ຜ່ານມາ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ








