ເນື່ອງໃນໂອກາດບຸນກຸດຈີນ ບຸນປະເພນີຂອງປະຊາຊາດຈີນຈະມາເຖິງ, ວັນທີ 24 ມັງກອນນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເຄື່ອນໄຫວກວດກາ ແລະ ຢ້ຽມຢາມເຂດທະຫານພາກເໜືອຈີນ, ສະແດງຄວາມຢື້ຢາມຖາມຂ່າວຕໍ່ນາຍ ແລະ ພົນທະຫານຂັ້ນພື້ນຖານຜ່ານທາງວິດີໂອ, ກວດກາສະພາບກຽມພ້ອມສູ້ຮົບ ແລະ ສະພາບການປະຕິບັດໜ້າທີ່ຂອງກຳລັງທະຫານ.
ພ້ອມທັງຕາງໜ້າຄະນະກຳມະການສູນກາງພັກ ແລະ ຄະນະກຳມະການການທະຫານສູນກາງ, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄວາມອວຍພອນປີໃໝ່ຕໍ່ນາຍ ແລະ ພົນທະຫານທັງໝົດຂອງກອງທັບປົດປ່ອຍປະຊາຊົນຈີນ, ນາຍ ແລະ ພົນທະຫານຂອງກຳລັງຕຳຫຼວດປະກອບອາວຸດ, ພະນັກງານທົ່ວໄປຂອງກໍາລັງທະຫານ, ທະຫານກະກຽມ ແລະ ທະຫານລາດ.
Cr. CMG




