ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສີຈິ້ນຜິງ: “ການພັດທະນາປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນແມ່ນຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ”.

Oct 30, 2025

ທ່ານ ສີຈິ້ນຜິງ: “ການພັດທະນາປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນແມ່ນຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ”.


ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 20 ໄດ້ຈັດຂຶ້ນລະຫວ່າງວັນທີ 20-23 ຕຸລາ 2025 ນີ້ ຢູ່ນະຄອນຫຼວງປັກກິ່ງ ໂດຍໄດ້ຄົ້ນຄວ້າພິຈາລະນາ ແລະ ຜ່ານການຮັບຮອງຂໍ້ສະເຫນີຂອງສູນກາງພັກຄອມມູນິດຈີນກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15(2026-2030)
ໃນກອງປະຊຸມດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນວ່າ: “ການເຊີດຊູປະຊາທິປະໄຕ, ສຸມສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນ, ຮັບຟັງຄຳຄິດຄຳເຫັນຈາກຝ່າຍຕ່າງໆຢ່າງກວ້າງຂວາງ ເປັນວິທີການ ແລະ ມູນເຊື້ອອັນດີງາມທີ່ສູນກາງພັກຄອມມູນິດຈີນ ໄດ້ປະຕິບັດມາໂດຍຕະຫຼອດໃນການຄົ້ນຄວ້າບັນຫາສຳຄັນ ແລະ ສ້າງເອກະສານສຳຄັນ. ເພື່ອປະຕິບັດວຽກງານຮ່າງຂໍ້ສະເໜີດັ່ງກ່າວໃຫ້ມີປະສິດທິຜົນ, ສູນກາງພັກຄອມມູນິດຈີນໄດ້ຈັດຕັ້ງປະຕິບັດການລົງເລິກສຳຫຼວດຄົ້ນຄວ້າ, ພ້ອມທັງໄດ້ດຳເນີນກິດຈະກຳຂໍຄຳຄິດຄຳເຫັນ ແລະ ຄຳສະເໜີຕໍ່ທົ່ວສັງຄົມຜ່ານທາງອິນເຕີເນັດ.”


ລະຫວ່າງວັນທີ 20 ພຶດສະພາ ຫາວັນທີ 20 ມິຖຸນາ ປີນີ້, ຈີນໄດ້ດຳເນີນກິດຈະກຳຂໍຄຳຄິດຄຳເຫັນຕໍ່ວຽກງານຮຽບຮຽງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຜ່ານທາງອິນເຕີເນັດ. ນັບລວມແລ້ວໄດ້ເກັບກຳຄຳຄິດເຫັນຂອງຊາວເນັດຫຼາຍກວ່າ 3.113.000 ຂໍ້, ຖືວ່າເປັນພຶດຕິກຳຕົວຈິງທີ່ມີຊີວິດຊີວາຄັ້ງໜຶ່ງ ໃນການປະຕິບັດປະຊາທິ ປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນ. ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳຊີ້ນຳສຳຄັນກ່ຽວກັບການຄົ້ນຄວ້າ ຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີຂອງຊາວເນັດທີ່ມີຕໍ່ວຽກງານຮຽບຮຽງແຜນການ 5 ປີ ຄັ້ງທີ 15 ໂດຍເນັ້ນໜັກວ່າ: “ລົງເລິກເກັບກຳສະພາບການເປັນຢູ່ຂອງປະຊາຊົນ, ຟັງສຽງຂອງປະຊາຊົນ ແລະ ເຕົ້າໂຮມສະຕິປັນຍາຂອງປະຊາຊົນຢ່າງກວ້າງຂວາງ, ເຕົ້າໂຮມກຳລັງແຮງສັງລວມອັນເຂັ້ມແຂງ ເພື່ອຊຸກຍູ້ຂະບວນການສ້າງຄວາມທັນສະໄໝແບບຈີນ, ເຮັດໃຫ້ຄວາມປາຖະໜາຂອງປະຊາຊົນ ທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໃຫ້ປາກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ.”
ຄຳຄິດເຫັນ ແລະ ຄຳສະເໜີທີ່ດີຂອງປະຊາຊົນຈີນ ໄດ້ຫັນເປັນໝາກຜົນທີ່ດີແຫ່ງການພັດທະນາຢ່າງບໍ່ຢຸດຢັ້ງ. ວັນທີ 2 ພະຈິກ 2019, ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ເຂດຄຸ້ມຖະໜົນຫົງສຽວ ເມືອງສາງນິງ ກຳແພງນະຄອນຊຽງໄຮ, ທ່ານ ສີຈິ້ນຜິງ ໄດ້ໂອ້ລົມຢ່າງສະໜິດສະໜົມກັບຜູ້ຕາງໜ້າປະຊາຊົນເຂດຊຸມຊົນທີ່ມາເຂົ້າຮ່ວມ ການປະກອບຄຳເຫັນຕໍ່ການສ້າງກົດໝາຍ ຢູ່ຈຸດພົວພັນນິຕິບັນຍັດຂັ້ນຮາກຖານຂອງເຂດຊຸມຊົນດັ່ງກ່າວ ໂດຍໄດ້ສະເໜີແນວຄິດສຳຄັນກ່ຽວກັບ “ປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນ” ເປັນຄັ້ງທຳອິດ, ເພິ່ນກ່າວວ່າ: ປະຊາທິປະໄຕປະຊາຊົນເປັນປະຊາທິປະໄຕໃນທົ່ວທຸກຂັ້ນຕອນ.”
ຄວາມທັນສະໄໝແບບຈີນ ເປັນພາລະກິດຂອງປະຊາຊົນຈີນນັບເປັນ 1,4 ຕື້ຄົນ. ຂໍ້ຕົກລົງຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 20 ໄດ້ກຳນົດວ່າ: “ການພັດທະນາປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນ ແມ່ນຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ”.
ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນວ່າ: “ການບໍລິຫານປະເທດຈີນ ສາມາດຍາດໄດ້ຜົນສຳເລັດເປັນທີ່ປະຈັກຕາຕໍ່ຊາວໂລກ, ບົດຮຽນສຳຄັນອັນໜຶ່ງ ກໍແມ່ນການເດີນຕາມເສັ້ນທາງການພັດທະນາການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ຍຶດໝັ້ນ ແລະ ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນ.”
“ບໍ່ມີປະຊາທິປະໄຕກໍຈະບໍ່ມີສັງຄົມນິຍົມ, ບໍ່ມີຄວາມທັນສະໄໝແບບສັງຄົມນິຍົມ ແລະ ບໍ່ມີການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ” ທ່ານ ສີຈິ້ນຜິງ ໄດ້ປະຕິຕົວຈິງດ້ວຍຕົນເອງໃນການນຳພາ ແລະ ຊຸກຍູ້ປະຊາທິປະໄຕປະຊາຊົນ. ທຸກມື້ນີ້, ປະຊາທິປະໄຕທີ່ກວ້າງຂວາງ ແທ້ຈິງ ແລະ ມີປະສິດທິຜົນກຳລັງເກີດມີຊີວິດຊີວາຢ່າງຟົດຟື້ນຢູ່ໃນດິນແດນຈີນ.
ການພັດທະນາປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນ ໄດ້ສ່ອງແສງເຖິງອຸດົມການແຕ່ຫົວທີ ແລະ ພາລະກຳຂອງຊາວຄອມມູນິດຈີນ.


ວັນທີ 5 ພະຈິກ 2021, ນະຄອນຫຼວງປັກກິ່ງໄດ້ຈັດການເລືອກຕັ້ງຜູ້ແທນສະພາປະຊາຊົນຂັ້ນເມືອງ ແລະ ຂັ້ນຕາແສງຊຸດໃໝ່.
ມື້ນັ້ນ, ຢູ່ຈຸດປ່ອນບັດທີ່ຫໍຫວຍເຢີນຖັງ ເຂດເລືອກຕັ້ງຈົ່ງນານໄຫ ເມືອງຊີ່ເສີງ ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ໄດ້ຕັ້ງໃຈຮັບຟັງຄຳອະທິບາຍຂັ້ນຕອນກ່ຽວກັບວຽກງານການເລືອກຕັ້ງ ແລ້ວເອົາໃບຢັ້ງຢືນປະຊາຊົນຜູ້ມີສິດເລືອກຕັ້ງຂອງຕົນໃຫ້ພະນັກງານກວດສອບ ແລ້ວກໍໄດ້ຮັບໃບເລືອກຕັ້ງໃບໜຶ່ງ, ພາຍຫຼັງຂຽນຂໍ້ມູນໃສ່ໃບເລືອກຕັ້ງລະອຽດແລ້ວ, ເພິ່ນກໍໄດ້ປ່ອນບັດລົງຄະແນນສຽງຂອງຕົນຢ່າງເຄັ່ງຂຶມ.
ຢູ່ປະເທດຈີນ, ແຕ່ລະເຂດແຄວ້ນ, ຂະແໜງການ, ຂົງເຂດ ແລະ ຊົນເຜົ່າຕ່າງກໍມີຜູ້ແທນສະພາປະຊາຊົນ, ເຊິ່ງຜູ້ແທນສະພາປະຊາຊົນແມ່ນມີລັກສະນະຕົວແທນຢ່າງກວ້າງຂວາງ.
ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກມາໂດຍຕະຫຼອດວ່າ: “ປະຊາຊົນເປັນເຈົ້າຂອງປະເທດຊາດ ແມ່ນທາດແທ້ ແລະ ແກນກາງຂອງການເມືອງປະຊາທິປະໄຕສັງຄົມນິຍົມ”
ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນ ເພື່ອຮ່ວມກັນສ້າງຊີວິດທີ່ດີງາມ
ການປະກາດໃຊ້ປະມວນກົດໝາຍແພ່ງຂອງຈີນ ໃນປີ 2021 ເປັນການເຮັດໃຫ້ຄວາມປາຖະໜາຂອງປະຊາຊົນຈີນຫຼາຍເຊັ່ນຄົນໄດ້ປາກົດຜົນເປັນຈິງ. ຈີນໄດ້ຂໍຄຳຄິດຄຳເຫັນແລະຄຳສະເໜີຕໍ່ທົ່ວສັງຄົມເປັນ 10 ເທື່ອຕາມລຳດັບ ໂດຍສາມາດເກັບກຳໄດ້ຄຳຄິດຄຳເຫັນຈາກຝ່າຍຕ່າງໆຫຼາຍກວ່າ 1.000.000 ຂໍ້, ໃນນີ້ ຄຳຄິດເຫັນຈຳນວນຫຼວງຫຼາຍໄດ້ຖືກຮັບເອົາ… ເພື່ອຮຽບຮຽງປະມວນກົດໝາຍໃນຍຸກໃໝ່ ທີ່ຮັບປະກັນສິດຜົນປະໂຫຍດຂອງປະຊາຊົນຢ່າງເຕັມສ່ວນສະບັບນີ້, ທ່ານ ສີຈິ້ນຜິງ ໄດ້ເປັນປະທານກອງປະຊຸມຄະນະກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ 3 ຄັ້ງ ເພື່ອໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານຮຽບຮຽງກົດໝາຍສະບັບດັ່ງກ່າວ.


ທ່ານ ສີຈິ້ນຜິງ ກ່າວວ່າ: “ປະຊາທິປະໄຕບໍ່ແມ່ນເຄື່ອງປະດັບ, ບໍ່ແມ່ນນຳໃຊ້ເພື່ອປະດັບເອ້ຢ້ອງ ແຕ່ແມ່ນນຳໃຊ້ເພື່ອແກ້ໄຂບັນຫາທີ່ປະຊາຊົນຕ້ອງການຢາກໃຫ້ແກ້ໄຂ.”
ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວທຸກຂັ້ນຕອນ ເພື່ອເຕົ້າໂຮມກຳລັງແຮງສັງລວມອັນໃຫຍ່ຫຼວງ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ທີ່ຈັດຂຶ້ນເມື່ອປີ 2012 ເປັນຕົ້ນມາ, ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໃນແຕ່ລະປີ, ທ່ານ ສີຈິ້ນຜິງ ລ້ວນແຕ່ໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເພື່ອຮັບຟັງການປະກອບຄຳຄິດເຫັນຂອງບັນດາສະມາຊິກສອງສະພາດັ່ງກ່າວ ແລະ ຮ່ວມກັນປຶກສາຫາລືວຽກງານສຳຄັນຂອງຊາດ ເປັນຕົ້ນແມ່ນຄວາມປອດໄພຂອງອາຫານ, ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ກຳລັງການຜະລິດໃນຄຸນນະພາບສູງ ແລະ ອື່ນໆ. ສາມາດເວົ້າໄດ້ວ່າ ສິ່ງທີ່ປະຊາຊົນໄດ້ຄິດ ແລະ ປາຖະໜາ ລ້ວນແຕ່ຢູ່ໃນໃຈຂອງ ທ່ານ ສີຈິ້ນຜິງ ແລະ ໄດ້ຖືກເຊື່ອມສານເຂົ້າໃນແຜນພັດທະນາປະເທດຊາດ.
ເມື່ອກຳລັງແຮງອັນໃຫຍ່ຫຼວງຂອງປະຊາຊົນຈີນຫຼາຍກວ່າ 1,4 ຕື້ຄົນ ຖືກເສີມຂະຫຍາຍ ແລະ ເຕົ້າໂຮມເຂົ້າກັນແລ້ວ, ກໍຍ່ອມຈະສາສາມາດສ້າງສະພາບການໃໝ່ຢ່າງບໍ່ຢຸດຢັ້ງແຫ່ງການຊຸກຍູ້ພາລະກິດອັນຍິ່ງໃຫຍ່ ໃນການສ້າງປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ.