ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່ສາ​ກົນ 2025

Jan 2, 2025

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ສາ​ກົນ 2025 ໃກ້​ຈະ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະ ທາງ​ອິນ​ເຕີ​ເນັດ.​ທ່ານ​ໄດ້​ສະ​ຫຼຸບ​ເຫດ​ການ​ທີ່​ບໍ່​​ທຳ​ມະ​ດາ​ຂອງ​ປະ​ເທດ​ຈີນ​ກໍ​ຄື​ຂອງ​ໂລກ​ໃນ​ປີ 2024​ຜ່ານ​ມາ ພ້ອມ​ທັງອວຍ​ພອນ​ໃຫ້​ທຸກ​ຄົນ​ສົມ​ຫວັງ​ດັ່ງ​ໃຈ​ປາດ​ຖະ​ໜາ​ທຸກ​ປະ​ການ, ມີ​ຄວາມ​ເບິກ​ບານ​ມ່ວນ​ຊື່ນ ແລະ ​ຜາ​ສຸກ​ຕະ​ຫຼອດ​ໄປ.
ທ່ານ​ ສີ​ ຈິ້ນ​ຜິງ ໄດ້​ກ່າວ​ເຖິງ​ປີ 2024 ທີ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກໜ້າ​ອຸ​ທານ ແລະ ລືມ​ບໍ່​​ລົງດ້ວຍ​ຄຳ​ວ່າ: “​ຮ່ວມ​ກັນ​ກ້າວ​ຜ່ານ​ຟ້າ​ຝົນ​ລົມ​​ແ​ຮງ ​​ແລະ ຊື່ນ​ຊົມ​ພາບຟ້າ​ຫຼັງ​ຝົນ​.” ທ່ານ​ໄດ້​ສະ​ຫຼຸບ​ຜົນງານທີ່​ຈີນ​​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ​ດ້ວຍ​ 3 ຕົວ​ເລກ​ຄື: ໜຶ່ງ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຄາດ​ວ່າ​ຈະ​ບັນ​ລຸ​ຫຼາຍກວ່າ 130.000 ຕື້ຢວນ, ສະ​ແດງ​ໃຫ້​ເຫັນ​ເຖິງເສດ​ຖະ​ກິດ​ຈີນ​ໄດ້​ຟື້ນ​ຟູ​ດີ​ຂຶ້ນ; ສອງ, ຜົນ​ຜະ​ລິດ​ພືດ​ພັນ​ທັນ​ຍ​າ​ຫານ​ໄດ້​ລື່ນ​ກາຍ 700 ລ້ານ​ໂຕນ, ສະ​ບຽງ​ອາ​ຫານ​ຂອງ​ຈີນ​ສາ​ມາດ​ກຸ້ມ​ຕົນ​ເອງ​ໄດ້; ສາມ, ປະ​ລິ​ມານ​ການ​ຜະ​ລິດ​ລົດ​ພະ​ລັງ​ງານ​ໃໝ່​ໄດ້​ລື່ນ​ກາຍ 10.000.000 ຄັນ​ຕໍ່​ປີເປັນ​ຄັ້ງ​ທຳ​ອິດ, ອຸດ​ສາ​ຫະ​ກຳ​ໃໝ່, ຮູບ​ແບບ​ອຸດ​ສາ​ຫະ​ກຳ​ໃໝ່ ແລະ ຮູບ​ແບບ​ທຸ​ລະ​ກິດ​ໃໝ່​ໄດ້​ປາ​ກົດ​ອອກ​ຢ່າງ​ບໍ່​ຢຸ​ດ​ຢັ້ງ.
ທ່ານ​ ສີ​ຈິ້ນ​ຜິງ ໄດ້​​ຍົກ​ໃຫ້​ເຫັນ​​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຂອງ​ຕົນ​ຢູ່​​ທ້ອງ​ຖິ່ນ​ຕ່າງ​ໆ​ພາຍ​ໃນ​ປະ​ເທດ​ໃນ​ໜຶ່ງ​ປີ​ຜ່ານ​ມາ, ເມື່ອ​ໄດ້​ພົບ​ເຫັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທັງ​ຫຼາຍ​ມີ​ຊີ​ວິດ​ຊີ​ວາ ແລະ ມີ​ຫຼາກ​ຮູບ​ຫຼາຍ​ສີ, ​ປະ​ຊາ​ຊົນມີ​ຄວາມ​ຮູ້​ສຶກ​ໄດ້​ຮັບ​ຜົນ​ປ​ະ​ໂຫຍດ​ເພີ່ມ​ຫຼາຍ​ຂຶ້ນ​ຕື່ມ, ທ່ານ​ຮູ້​ສຶກ​ດີ​ໃຈ​ຫຼາຍ. ທ່ານ​ກ່າວ​ວ່າ, ບໍ່​ວ່າ​ວຽກ​ບ້ານ​ການ​ເຮືອນ, ວຽກ​ງວມ​ຂອງ​ປະ​ເທດ​ຊາດກໍ​ຄື​ວຽກ​ງານ​ຂອງ​ໂລກ, ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມ​ສຸກ​ແມ່ນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ.
​ກ່ຽວ​ກັບ​ສະ​ພາບການ​ສາ​ກົນ, ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ໂລກ​ປັດ​ຈຸ​ບັນ​ມີ​ຄວາມ​ປັ່ນ​ປ່ວນ ແລະ ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ປະ​ເທດ​ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປະ​ຕິຮູບ​ການ​ບໍ​ລິ​​ຫານ​ໂລກ, ລົງ​ເລິກ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ຂອງ​ບັນ​ດາ​ປະ​ເທດ​ເຂດ​ໂລກ​ໃຕ້. ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງ​ເປັນ​ຮູບ​ປະ​ທຳ; ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ເປິກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ຢູ່​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ, ສະ​ເໜີ​ຈຸດ​ຢືນ​ຂອງ​ຈີນ​ຢ່າງ​ຊັດ​ເຈນ​ຢູ່​ໃນ​ໂອ​ກາດກອງ​ປະ​ຊຸມ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ຕ່າງໆ, ໄດ້​ເພີ່ມ​ພະ​ລັງ​ທີ່​ສ້າງ​ສັນ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ໂລກ.
ເມື່ອ ເບິ່ງ​ປີ 2025, ທ່ານ​ສີ​ຈິ້ນ​ຜິງ ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ. ທ່ານ​ກ່າ​ວ​ວ່າ, ປີ 2025, ຈີນ​ຈະ​ສຳ​ເລັດ​ໜ້າ​ທີ່​ຕາມ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14ຢ່າງ​ຮອບ​ດ້ານ, ຄວາມ​ທັນ​ສະ​ໄໝ​ແບບ​ຈີນ​ຍ່ອມ​ຈະ​ສາ​ມາດ​ສ້າງ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃນ​ຂະ​ບວນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ. ຈີນ​ຈະ​ຍົກ​ລະ​ດັບ​ການ​ສ້າງ​ສາ ແລະ ຄຸ້ມ​ຄອງ​ສັງ​ຄົມ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ແກ້​ໄຂ​ບັນ​ຫາ​ນ້ອຍໃຫຍ່​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ປະ​ຊາ​ຊົນ​ໃຫ້​ດີ, ເຮັດ​ໃຫ້​ປະ​ຊາ​ຊົນ​ທັງ​ຫຼາຍ​ມີ​ຮອຍ​ຍີ້ມ​ຫຼາຍ​ຂຶ້ນ ແລະ ມີ​ຄວາ​ມ​ຮູ້​ສຶກ​ອົບ​ອຸ່ນ​ໃຈ​ຫຼາຍກວ່າ​ເກົ່າ.
ທ່ານ​ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ​ສະ​ພາບ​ການ​ປ່ຽນ​ແປງ​ໃຫຍ່​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ໄດ້​ຜັນ​ແປ​ເລັ່ງ​ໄລ​ຂຶ້ນ, ສະ​ນັ້ນຈຶ່ງ​ຕ້ອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ວຍ​ຈິດ​ໃຈ​ອັນ​ກວ້າງ​ຂວາງ, ແລະ​ ມີ​ຄວາມ​ຫ່ວງ​ໃຍ​ນຳ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ດ້ວຍ​ຄວາມ​ໂອບ​ເອື້ອ​ອາ​ລີ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ໃນ​ການ​ເປັນ​ຜູ້​ປະ​ຕິ​ບັດ​ຕົວ​ຈິງ​​ແຫ່ງ​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ເປັນ​ຜູ້​ຊຸກ​ຍູ້​ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນແລະ​ກັນ​ດ້ານ​ອະ​ລິ​ຍະ​ທຳ ແລະ​ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ເພື່ອ​ຮ່ວ​ມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ຂອງ​ໂລກ.
May be an image of 1 person