ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ສີ​ຈິ້ນ​ຜິງ​ ກ່າວ​ເນັ້ນ​ວ່າ: ແຂວງ​ໃຫຍ່​ດ້ານ​ເສດ​ຖະ​ກິດ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດສຳ​ຄັນ ເພື່ອ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ປະ​ເທດ

Mar 7, 2025

ຕອນ​ບ່າຍ​ວັນ​ທີ 5 ມີ​ນານີ້, ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ່​ ໃນ​ກອງ​ປະ​ຊຸມ​ ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝທີ 14, ທ່ານ​ກ່າວ​ເນັ້ນ​ວ່າ, ໃນການ​ບັນ​ລຸ​ຄາດ​ໝາຍ​ການ​ພັດ​ທະ​ນາ​ຂອງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 14 ຢ່າງ​ຈົບ​ງາມ, ແຂວງ​ໃຫຍ່​ດ້ານ​ເສ​ດ​ຖະ​ກິດຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່ສຳ​ຄັນ. ແຂວງ​ຈ່ຽງ​ຊູ່​ຕ້ອງ​ກຳ​ແໜ້ນ​ຈຸດ​ໃສ່​ແຮງ​ໃນ​ການ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ສຳ​ຄັນ​ໃຫ້​ດີ, ເປັນກອງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ການ​ປະ​ດິດ​ສ້າງກັບ​ການ​ເຊື່ອມ​ໂຍງ​ດ້ານ​ອຸດ​ສາ​ຫະ​ກຳ, ຍາດ​ແຍ່ງ​ເປັນ​ແຖວ​ໜ້າ​ໃນ​ການ​ຊຸກ​ຍູ້​ກາ​ນ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ ແລະ ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ, ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ທີ່​ສຳ​ຄັນ​ຂອງ​ຊາດ ແລະ​ເປັນ​ແບບ​ຢ່າງ​ໃນ​ການ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ທັງ​ໝົດ​ຮັ່ງ​ມີ​ຮ່ວມ​ກັນ.
May be an image of 4 people and text that says '第十四属全国人民代表大会第三次 第 江苏省代 江苏省代表团 江苏省代表团全体会议 议'