ວັນທີ 28 ກຸມພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ເຊີເກ ຄູຈູເກໂຕວິສ ຊອຍກູ,ເລຂາທິການສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດ ເຊຍ ຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ.
ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນ ແລະຣັດ ເຊຍເປັນຄູ່ຮ່ວມທີ່ຈິງໃຈນຳກັນ, ປີນີ້ພໍດີກົງກັບປີທີ່ສົງຄາມຕໍ່ ຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ, ສອງຝ່າຍຄວນລົງເລິກການປະສານງານທາງຍຸດທະສາດ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ ຂອງປະມຸກລັດສອງປະເທດຢ່າງຮອບດ້ານ, ຊຸກຍູ້ການຮ່ວມມືຕົວຈິງ, ເພີ່ມທະວີການປະສານງານພາຍໃຕ້ກົນໄກຫຼາຍຝ່າຍ ເພື່ອປົກປັກຮັກສາຄວາມສາມັກຄີລະຫວ່າງບັນດາປະເທດໃນເຂດໂລກໃຕ້.
ທ່ານ ເຊີເກ ຊອຍກູ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກທ່ານປະທານາທິບໍດີປູຕິນເຖິງທ່ານສີຈິ້ນຜິງ, ພ້ອມທັງກ່າວຢືນ ຢັນວ່າ ສາຍພົວພັນຣັດເຊຍ-ຈີນພວມຢູ່ ໃນລະດັບສູງສຸດໃນປະຫວັດສາດ ເຊິ່ງສ້າງເປັນແບບຢ່າງໃຫ້ແກ່ການພົວພັນລະ ຫວ່າງປະເທດໃຫຍ່. ຣັດເຊຍຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ຄວາມພະຍາຍາມຂອງຈີນ ໃນການຊຸກຍູ້ການແກ້ໄຂວິກິດການຢູ່ອູແກຣນດ້ວຍສັນຕິວິທີ, ຣັດເຊຍຈະເດັດດ່ຽວຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງປະມຸກລັດສອງປະ ເທດໃຫ້ເປັນຮູບປະທຳ ແລະ ລົງເລິກການຮ່ວມມືກັບຈີນ.
ສອງຝ່າຍເປັນເອກະພາບກັນເຫັນວ່າ ການປະສານງານທາງຍຸດທະສາດລະຫວ່າງຈີນ-ຣັດເຊຍ ແມ່ນສອດຄ່ອງກັບຜົນປະ ໂຫຍດຮ່ວມຂອງທັງສອງປະເທດ, ໄດ້ປະ ກອບສ່ວນອັນຕັ້ງໜ້າເຂົ້າໃນສັນຕິພາບ ແລະສະຖຽນລະພາບຂອງໂລກ.
ທີ່ມາ: CMG



