ຕອນບ່າຍວັນທີ 21 ມັງກອນ 2025, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຜ່ານທາງວິດີໂອ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ.
ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ໃນປີໃໝ່ 2025, ຂ້າພະເຈົ້າຍິນດີຮ່ວມກັບ ທ່ານປະທານາທິບໍດີປູຕິນ ຮັບມືກັບຄວາມບໍ່ແນ່ນອນຂອງສະພາບແວດລ້ອມພາຍນອກ ດ້ວຍຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງການພົວພັນລະຫວ່າງ ຈີນ-ຣັດເຊຍ. ສອງຝ່າຍຄວນສືບຕໍ່ລົງເລິກການປະສານງານທາງຍຸດທະສາດ, ຍຶດໝັ້ນສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວ, ປົກປັກຮັກສາຜົນປະໂຫຍດທີ່ຖືກຕ້ອງ ຕາມກົດໝາຍຂອງສອງປະເທດ. ຈີນ ຍິນດີຮ່ວມກັບ ຣັດເຊຍ ກໍຄືປະເທດສະມາຊິກອື່ນໆ, ຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮກ້າວເຂົ້າສູ່ໄລຍະໃໝ່ ທີ່ມີການພັດທະນາດ້ວຍຄຸນນະພາບສູງກວ່າເກົ່າ, ມີຄວາມຮັບຜິດຊອບ ແລະ ສ້າງຜົນງານຫຼາຍກວ່າເກົ່າ. ຈີນ-ຣັດເຊຍ ຍັງຄວນຮ່ວມກັນຊຸກຍູ້ “ການຮ່ວມມືບຣິກສໃຫຍ່” ເພື່ອຂຽນປະຫວັດສາດໜ້າໃໝ່ແຫ່ງການສາມັກຄີກັນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງເຂດໂລກໃຕ້.
ທ່ານ ວະລາດີເມຍ ປູຕິນສະແດງຄວາມເຫັນດີຕໍ່ທັດສະນະຂອງ ທ່ານ ສີຈິ້ນຜິງ, ໂດຍກ່າວຢືນຢັນວ່າ: ການຮ່ວມມືລະຫວ່າງ ຣັດເຊຍ-ຈີນ ແມ່ນຢູ່ບົນພື້ນຖານທີ່ສອງປະເທດມີຜົນປະໂຫຍດຮ່ວມທີ່ກວ້າງຂວາງ, ສາຍພົວພັນ ຣັດເຊຍ-ຈີນ ແມ່ນເປັນເອກະລາດ, ຈະບໍ່ຮັບຜົນກະທົບຈາກປັດໄຈການເມືອງພາຍໃນປະເທດ ແລະ ສະພາບການສາກົນໃນປັດຈຸບັນ.



