ຕອນເຊົ້າວັນທີ 6 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ພົບປະກັບສົມເດັດຮາຈິ ຮາຊານານ ໂບນເກຍ ຊຸນຕານແຫ່ງບຣູໄນດາຣູຊາລາມ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງ. ໄດ້ຊີ້ອອກວ່າ: ໃນຮອບ 30 ກວ່າປີພາຍຫຼັງຈີນ-ບຣູໄນສ້າງສາຍພົວພັນທາງການທູດເປັນຕົ້ນມາ, ສອງຝ່າຍໄດ້ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງຢ່າງບໍ່ຢຸດຢັ້ງ, ການຮ່ວມມືຕົວຈິງໃນແຕ່ລະຂົງເຂດໄດ້ຮັບຜົນສຳເລັດຢ່າງອຸດົມ ສົມບູນ, ໄດ້ສ້າງແບບຢ່າງທີ່ດີດ້ານການພົວພັນທີ່ສະເໝີພາບກັນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງປະເທດໃຫຍ່ແລະປະເທດນ້ອຍ. ຈີນ-ບຣູໄນ ຮ່ວມກັນສ້າງປະຊາຄົມຊາຕາກຳຮ່ວມ, ໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ. ສອງຝ່າຍຄວນນຳໃຊ້ທ່າອ່ຽງທີ່ດີ, ລົງເລິກການ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລະການປະສານງານດ້ານຍຸດທະສາດ, ເປັນເພື່ອນບ້ານໃກ້ຄຽງທີ່ດີທາງທະເລ, ເພື່ອນມິດທີ່ດີທີ່ໄວ້ເນື້ອເຊື່ອໃຈກັນແລະຄູ່ຮ່ວມທີ່ດີທີ່ມີພັດ ທະນາຮ່ວມກັນຕະຫຼອດໄປ.
ສົມເດັດຮາຈິ ຮາຊານານ ໂບນເກຍ ກ່າວວ່າ: ບຣູໄນຍິນດີປັບ ປຸງການພົວພັນຄູ່ຮ່ວມມືຍຸດທະສາດກັບຈີນໃຫ້ໝັ້ນຄົງກວ່າເກົ່າ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ລົງເລິກການ ຮ່ວມມືໃນຂົງເຂດການຄ້າ, ກະສິກຳແລະຂົງເຂດອື່ນໆ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ.
Cr: CMG





