ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ສີ​ຈິ້ນ​ຜິງ​ ພົບປະກັບ​ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ

Feb 6, 2025

ທ່ານ​ ສີ​ຈິ້ນ​ຜິງ​ ພົບປະກັບ​ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ
ຕອນ​ເຊົ້າ​ວັນ​ທີ 5 ກຸມ​ພານີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ພົບປະກັບ​ທ່ານຊາ​ເດີ ນູ​ໂກ​ໂຈ​ເອ​ວິກ ຈາ​ພາ​ຣົ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ.
ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ກຽກ​ກິດ​ສະ​ຖານ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ແບບ​ກ້າວ​ກະ​ໂດດ, ໄດ້​ບັນ​ລຸ​ເຖິງ​ລະ​ດັບ​ໃໝ່​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ຍຸກ​ໃໝ່. ຈີນ​ຍິນ​ ດີ​ລົງ​ເລິກ​ການ​ເຊື່ອມ​ຕໍ່​ດ້ານ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ກັບ​ກຽກ​ກິດ​ສະ​ຖານ, ເປີດກວ້າງ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ ແລະ ບໍ​ລິ​ຫານ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຮອບ​ດ້ານ, ເຮັດ​ແທ້​ທຳ​ຈິງຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຽກ​ກິດ​ສະ​ຖານ​ໃຫ້ດີກວ່າ​ເກົ່າ.
ທ່ານ​ຈາ​ພາ​ຣົ​ຟ​ກ່າວ​ວ່າ: ກຽກ​ກິດ​ສະ​ຖານ​ຍິນ​ດີ​ຖອນ​ຖອດ​ບົດ​ຮຽນ​ທີ່​ມີ​ຜົນ​ສຳ​ເລັດ​ນຳ​ຈີນ, ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ກຽກ​ກິດ​ສະ​ຖານ-ຈີນ​ໃຫ້​ໄດ້​ຮັບ​ຜົນ​ງານ​ຫຼາຍກວ່າ​ເກົ່າ, ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ກຽກ​ກິດ​ສະ​ຖານ-ອຸດ​ສະ​ເບ​ກິດ​ສະ​ຖານໃຫ້​ດີ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ອຸດ​ສາ​ຫະ​ກຳ ການ​ລົງ​ທຶນ ແລະ​ອື່ນໆ.
Cr: CMG