ທ່ານ ສີຈິ້ນຜິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງເຂດປົກຄອງຕົນເອງຊີ່ຈ້າງ ຄົບຮອບ 60 ປີ

ວັນທີ 21 ສິງຫານີ້ຢູ່ສະໜາມຫຼວງ ວັງໂປຕາລາ ນະຄອນ ລາຊາ ເຂດປົກຄອງຕົນເອງຊີ່ຈ້າງຈີນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ໄດ້ຮ່ວມກັບພະນັກງານ ແລະ ປະຊາຊົນບັນດາເຜົ່າຂອງເຂດຊີ່ຈ້າງ ປະມານ 20.000 ຄົນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງເຂດປົກຄອງຕົນເອງຊີ່ຈ້າງ ຄົບຮອບ 60 ປີ ຢ່າງສຸດໃຈ.
ໂອກາດດັ່ງກ່າວ, ທ່ານ ວາງຮູ້ນິງ ກໍາມະການປະຈໍາກົມການເມືອງສູນກາງພັກຄອມມູນິດຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ທັງເປັນຫົວໜ້າຄະນະຜູ້ແທນສູນກາງ ໄດ້ມອບປ້າຍຊົມເຊີຍໃຫ້ແກ່ເຂດປົກຄອງຕົນເອງຊີ່ຈ້າງ ທີ່ມີຄໍາຈາລຶກຂອງທ່ານ ສີຈິ້ນຜິງ ຂຽນວ່າ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາຊົນຊາດຈີນ, ຂຽນປະຫວັດສາດໜ້າໃໝ່ໃຫ້ແກ່ຊີ່ຈ້າງທີ່ສວຍງາມ”.





