ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ສີ​ຈິ້ນ​ຜິງ ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເຂດ​ຖະ​ໜົນ​ວັດໂຫຼງ​ຟູ​​ປັກ​ກິ່ງ​ ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ສະ​ໜອງ​ສິນ​ຄ້າ​ໃນ​ຕະ​ຫຼາດ​ຍາມ​ບຸນ​ກຸດ​ຈີນ

Feb 11, 2026

ທ່ານ​ ສີ​ຈິ້ນ​ຜິງ ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເຂດ​ຖະ​ໜົນ​ວັດໂຫຼງ​ຟູ​​ປັກ​ກິ່ງ​ ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ສະ​ໜອງ​ສິນ​ຄ້າ​ໃນ​ຕະ​ຫຼາດ​ຍາມ​ບຸນ​ກຸດ​ຈີນ

ຕອນ​ເຊົ້າ​ວັນ​ທີ 10 ກຸມ​ພາ​ນີ້, ໃນ​ໄລ​ຍະ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ເຖິງ​ເຂດ​ຖະ​ໜົນ​ວັດໂຫຼງ​ຟູ​ ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ຕ່າງໆ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ເຊັ່ນ: ການ​ເພີ່ມ​ການ​ສະ​ໜອງ​ສິນ​ຄ້າ​ໃນ​ຕະ​ຫຼາດ​ຍາມ​ບຸນ​ກຸດ​ຈີນ, ການສ້າງ​ສາ​ເຂດ​​ດັ່ງ​ກ່າວ​ໃຫ້​ມີຊີ​ວິດ​ຊີ​ວາ​ແລະ​ເອ​ກະ​ລັກ​ພິ​ເສດ​​ຂອງ​ຕົວ​ເມືອງ ແລະ​ອື່ນໆ ພ້ອມ​ທັງ​ຢື້​ຢາມ​ຖາມ​ຂ່າວ​ພະ​ນັກ​ງານ​ແລະ​ປ​ະ​ຊາ​ຊົນ​ຂັ້ນ​ຮາກ​ຖານ.

ໂອ​ກາດ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທ້ອງ​ຖິ່ນ​ກ່ອນ​ບຸນ​ກຸດ​ຈີນ​ຈະ​ວຽນ​ມາ​ເຖິງ​ໃນ​ແຕ່​ລະ​ປີ, ການ​ສະ​ໜອງ​ສິນ​ຄ້າ​ສຳ​ລັບ​ບຸນ​ກຸດ​ຈີນ, ການ​ບໍ​ລິ​ໂພ​ກ​ໃນ​ມື້​ພັກ​ຍາມ​ບຸນ​ ເປັນ​ຈຸດ​ສຸມ​ທີ່​ທ່ານ ສີ​ຈິ້ນ​ຜິງ ມີ​ຄວາມ​ຫ່ວງ​ໃຍ​ມາ​ໂດຍ​ຕະ​ຫຼອດ. ຮູບ​ພາບ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ມ່ວນ​ຊື່ນ​ຄຶກ​ຄື້ນ​ແລະ​ສິ​ລິ​ມຸງ​ຄຸນ​ເຊັ່ນ: ການ​ສຳ​ຫຼວດ​ສະ​ພາບ​ການ​ຕະ​ຫຼາດ, ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເຂດ​ຄຸ້ມ​ຖະ​ໜົນ, ສອບ​ຖາມ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ອວຍ​ພອນ​ປີ​ໃໝ່ ແລະ​ອື່ນໆ ທັງ​ໝົດ​ນີ້​ໄດ້​ບັນ​ທຶກ​ຄວາມ​ຫ່ວງ​ໃຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ມີ​ຕໍ່​ປະ​ຊາ​ຊົນ ແລະ ຄວາມ​ເອົາ​ໃຈ​ໃສ່​ຕໍ່​ສະ​ພາບ​ການ​ຕະ​ຫຼາດ​ໃນ​ຍາມ​ບຸນ​ກຸດ​ຈີນ. ງານ​ຕະ​ຫຼາດ​ນັດ​ບຸນ​ກຸດ​ຈີນ​ຂອງ​ເຂດ​ຖະ​ໜົນ​ວັດໂຫຼງ​ຟູ​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ​ພໍ​ດີ​ເປັນ​ພາບ​ຫຍໍ້​ທີ່​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ສະ​ພາບ​ຕະ​ຫຼາດ​ຍາມ​ບຸນ​ຂອງ​ຈີນ​ໃນ​ທຸກ​ມື້​ນີ້. ຈາກ​ງານ​ຕະ​ຫຼາດ​ນັດ​ຢູ່​ຊົນ​ນະ​ບົດ​ຮອດ​ຮ້ານ​ຊັບ​ພະ​ສິນ​ຄ້າ​ໃນ​ຕົວ​ເມືອງ, ຕະ​ຫຼາດ​ກ່ອນ​ບຸນ​ກຸດ​ຈີນ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ຟົດ​ຟື້ນ​, ສະ​ພາບ​​ການ​ບໍ​ລິ​ໂພກ​ແບບໃໝ່​ໄດ້​ປາ​ກົດ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,  ຄວາມ​ ຕ້ອງ​ການ​ບໍ​ລິ​ໂພກ​ດ້ານ​ການ​ກິນ, ການ​ເດີນ​ທາງ, ການ​ທ່ອງ​ທ່ຽວ, ການ​ຊື້​ເຄື່ອງ ແລະ​ການ​ບັນ​ເທິງ​ໄດ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ເຊິ່ງ​ໄດ້​ນຳ​ພາ​ທິດ​ທາງ​ໃໝ່​ດ້ານ​ກາ​ນ​ບໍ​ລິ​ໂພກ​ໃນ​ຍາມ​ບຸນ, ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ຂອງ​ຕະ​ຫຼາດ​ຈີນ.