ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ​ສີ​ຈິ້ນ​ຜິງ ​​ເຄື່ອນ​ໄຫວຢ້ຽມ​ຢາມ​ ແລະ​ ສຳ​ຫຼວດ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ຢູ່​ນະ​ຄອນ​ຢາງ​ສວນ ແຂວງ​ຊ່ານ​ຊີ

Jul 9, 2025

ຕອນ​ບ່າຍ​ວັນ​ທີ 7 ກໍ​ລະ​ກົດ​ນີ້, ທ່ານ ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ໄດ້​ເດີນ​ທາງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ບໍ​ລິ​ສັດ​ຜະ​ລິດລີ້ນ​ສູບຢາງ​ສວນຫຸ້ນ​ສ່ວນ​ຈຳ​ກັດ ​ຢູ່​ແຂວງ​ຊ່ານ​ຊີ. ທ່ານ ສີ​ຈິ້ນ​ຜິງ ໄດ້​ກວດ​ເບິ່ງ​ຫ້ອງ​ຜະ​ລິດ ແລະ ການ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ ພ້ອ​ມ​ທັງ​ໂອ້​ລົມ​ສົນ​ທະ​ນາ​ຢ່າງ​ສະ​ໜິດ​ສະ​ໜົມ​ກັບ​ກຳ​ມະ​ກອນ ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ຕ່າງໆ​ຂອງ​ແຂວງ​ຊ່ານ​ຊີ ເຊັ່ນ: ການ​ເລັ່ງ​ຫັນ​ປ່ຽ​ນ​ແລະ​ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ, ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເປັນ​ຕົ້ນ.
May be an image of 5 people, oil refinery and text that says '新华社 XINHUANEWS NEWS XINHUA'
May be an image of 8 people and text