ຕອນເຊົ້າວັນທີ 1 ກັນຍານີ້, ກອງປະຊຸມຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ ໄດ້ໄຂຂຶ້ນຢູ່ສູນປະຊຸມ ແລະ ວາງສະແດງເໝີຍຈ່ຽງກຳແພງນະຄອນທຽນສິນຈີນ. ທ່ານ ສີຈິ້ນຜິງ ປະທານປະເທດຈີນເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສສຳຄັນ.
ທ່ານ ສີຈິ້ນຜິງ ກ່າວວ່າ: ປັດຈຸບັນ, ອົງການຮ່ວມມືຊຽງໄຮໄດ້ກາຍເປັນອົງການລະດັບພາກພື້ນໃຫຍ່ທີ່ສຸດໃນໂລກ ທີ່ມີ 26 ປະເທດເຂົ້າຮ່ວມ, ໄດ້ດຳເນີນການຮ່ວມມືໃນ 50 ກວ່າຂົງເຂດ ແລະມີຍອດມູນຄ່າເສດຖະກິດບັນລຸເກືອບ 30.000 ຕື້ໂດລາ, ບົດບາດອິດທິພົນໃນເວທີສາກົນຂອງອົງການຮ່ວມມືຊຽງໄຮນັບມື້ນັບເພີ່ມຂຶ້ນ.
ພວກເຮົາໄດ້ນຳໜ້າກ່ອນໝູ່ສ້າງກົນໄກຄວາມໄວ້ເນື້ອເຊື່ອໃນຂົງເຂດການທະຫານຢູ່ເຂດຊາຍແດນ, ນຳໜ້າກ່ອນໝູ່ດຳເນີນການຮ່ວມມືເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”; ນຳໜ້າກ່ອນໝູ່ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ, ພ້ອມທັງໄດ້ນຳໜ້າກ່ອນໝູ່ສະເໜີແນວຄິດການບໍລິຫານໂລກແບບປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ແບ່ງປັນຮ່ວມກັນ, ເພື່ອປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ.

ພວກເຮົາສົ່ງເສີມການຊຸກຍູ້ໂລກຫັນເປັນຫຼາຍຂົ້ວທີ່ສະເໝີພາບກັນ ແລະ ເປັນລະບຽບ, ຊຸກຍູ້ເສດຖະກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ, ຊຸກຍູ້ການສ້າງລະບົບບໍລິຫານໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ພວກເຮົາຈະສືບຕໍ່ຊຸກຍູ້ການປະຕິຮູບອົງການຮ່ວມມືຊຽງໄຮ, ສ້າງທະນາຄານພັດທະນາອົງການຮ່ວມມືຊຽງໄຮໃຫ້ສຳເລັດໂດຍໄວ, ເພື່ອໃຫ້ການສະໜັບສະໜູນທີ່ເຂັ້ມແຂງກວ່າເກົ່າແກ່ຄວາມໝັ້ນຄົງ ແລະ ການຮ່ວມມືດ້ານເສດຖະກິດຂອງປະເທດສະມາຊິກ.


