ວັນທີ 26 ເມສານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ແອນໂຕນີ ບລິນເກັນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ຢູ່ນະຄອນຫລວງປັກກິ່ງ. ໃນການພົບປະຄັ້ງນີ້, ທ່ານ ສີ ຈິ້ນຜິງກ່າວວ່າ ປີນີ້ແມ່ນປີຄົບຮອບ 45 ປີ ແຫ່ງການພົວພັນທາງການທູດລະຫວ່າງ ຈີນ ແລະ ອາເມລິກາ.
ໃນໄລຍະ 45 ປີ ຜ່ານມາ ການພົວພັນດັ່ງກ່າວໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເຊິ່ງທັງສອງຝ່າຍໄດ້ຖອດຖອນບົດຮຽນທີ່ສຳຄັນເຊັ່ນ ຈີນ ແລະ ອາເມລິກາ ຄວນເປັນຄູ່ຮ່ວມຫລາຍກວ່າເປັນຄູ່ແຂ່ງ ຊອ່ຍເຫລືອເຊິ່ງກັນແລະກັນໃຫ້ປະສົບຜົນສຳເລັດ, ສະແຫວງຫາຈຸດຮ່ວມກັນແລະສະຫງວນຈຸດທີ່ແຕກຕ່າງກັນ,ໃຫ້ກຽດເຄົາລົບເຊິ່ງກັນແລະກັນ ຢູ່ຮ່ວມກັນໂດຍສັນຕິແລະການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງເປັນຫລັກການສຳຄັນ 3 ປະການຂອງການພົວພັນສອງຝ່າຍທີ່ຖອດຖອນໄດ້ຈາກອະດີດແລະເປັນທິດທາງໃນອານາຄົດ.
ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ດັ່ງສຸພາສິດຈີນທີ່ເວົ້າວ່າ ບໍ່ມີຄວາມຄືບໜ້າ ກໍ່ຄືການຖອຍຫລັງ ເຊິ່ງປຽບກັບການພົວພັນຈີນ-ອາເມລິກາ ສະນັ້ນ ຫວັງວ່າທັງສອງຝ່າຍຈະສືບຕໍ່ດຳເນີນການຮ່ວມມືຢ່າງຕັ້ງໜ້າເພື່ອແນ່ໃສ່ໃຫ້ການພົວພັນມີສະຖຽນລະພາບ ປັບປຸງແລະກ້າວໄປໜ້າຢ່າງແທ້ຈິງ.




