ຕອນເຊົ້າວັນທີ 30 ກັນຍາ 2024 ນີ້, ພິທີວາງກະຕ່າດອກ ໄມ້ຢູ່ອະນຸ ສາວະລີວິລະຊົນປະຊາຊົນ ໃນວັນລະນຶກຜູ້ເສຍສະຫຼະຊີວິດເພື່ອການປະຕິວັດຂອງຈີນ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສະໜາມຫຼວງທ່ຽນອ່ານເມີນໃນນະຄອນຫຼວງປັກກິ່ງ, ທ່ານ ສີ ຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກກອມມູ ນິດຈີນ ປະທານປະເທດຈີນ ພ້ອມດ້ວຍກັບຜູ້ນຳພັກ-ລັດຂອງຈີນໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳພັກ-ລັດຂອງຈີນທ່ານໄດ້ຍ່າງອ້ອມອະນຸສາວະລີວິລະຊົນປະຊາຊົນຢ່າງສຸຂຸມ, ເງີຍໜ້າເບິ່ງອະນຸ ສາວະລີແລະວາງກະຕ່າດອກໄມ້ຢູ່ອະນຸສາວະລີວິລະຊົນປະຊາຊົນ.
ທີ່ມາ: CMG FM93






