ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສີ ຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ31 ແລະ ກ່າວຄຳປາໄສສຳຄັນ

Nov 19, 2024

ຕອນເຊົ້າວັນທີ 16 ພະຈິກ 2024, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 31 ໄດ້ຈັດຂຶ້ນຢູ່ສູນປະຊຸມລີມາ ປະເທດເປຣູ.
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສສຳຄັນໃນຫົວຂໍ້ວ່າ: “ຮ່ວມກັນແບກຫາບໜ້າທີ່ຮັບຜິດຊອບທາງຍຸກສະໄໝ ຮ່ວມກັນສົ່ງເສີມການພັດທະນາອາຊີປາຊີຟິກ”.
ໃນໂອກາດກ່າວຄຳປາໄສ, ທ່ານ ສີ ຈິ້ນຜິງ ໄດ້ມີຂໍ້ສະເໜີ 3 ຂໍ້ຄື: ໜຶ່ງ, ສ້າງສະພາບການຮ່ວມມືອາຊີປາຊີຟິກທີ່ເປີດກວ້າງແລະເຊື່ອມໂຍງເຊື່ອມຈອດກັນ. ສອງ, ບົ່ມເພາະແຮງຂັບເຄື່ອນການເຕີບໂຕຂອງອາຊີປາຊີຟິກ ຕາມທິດສີຂຽວ ແລະ ປະດິດສ້າງ. ສາມ, ສ້າງແນວຄິດການພັດທະນາອາຊີປາຊີຟິກ ທີ່ໃຫ້ຜົນປະໂຫຍດຢ່າງຖົ່ວເຖິງ ແລະ ກວມລວມຢ່າງໜັກແໜ້ນ.
ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານນາງ ດີນາ ໂບລູອາເຕ ປະທານາທິບໍດີເປຣູ ໂດຍມີຫົວຂໍ້ຫຼັກວ່າ “ສ້າງຄວາມເຂັ້ມແຂງ, ກວມລວມ ແລະ ການເຕີບໂຕ”.
ກອງປະຊຸມໄດ້ເຜີຍແຜ່ເອກະສານຜົນງານສາມສະບັບຄື ຖະແຫຼງການມາຊູປີຊູຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ2024, ຖະແຫຼງການວ່າດ້ວຍວິໄສທັດໃໝ່ແຫ່ງວາລະເຂດການຄ້າເສລີອາຊີປາຊີຟິກ ແລະ ແຜນການລີມາວ່າດ້ວຍການຊຸກຍູ້ການຫັນປ່ຽນສູ່ຄວາມເປັນລະບຽບແບບແຜນ ແລະ ເສດຖະກິດໂລກ.
ທີ່ມາ: CMG