ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສີ ຈິ້ນຜິງ ເປັນປະທານກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ

Sep 27, 2024

ທ່ານ ສີ ຈິ້ນຜິງ ເປັນປະທານກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ
ວັນທີ 26 ກັນຍານີ້ ຢູ່ນະຄອນ ຫລວງປັກກິ່ງ, ກົມການ ເມືອງ ສູນກາງພັກກອມມູນິດຈີນ ໄດ້ຈັດກອງປະຊຸມ, ເພື່ອວິ ເຄາະ ແລະ ຄົ້ນຄວ້າ ສະພາບການເສດຖະກິດ ໃນປັດຈຸບັນ, ຈັດ ວາງວຽກງານເສດຖະກິດໃນບາດກ້າວຕໍ່ໄປ.
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ເປັນປະທານກອງປະຊຸມຄັ້ງນີ້. ໃນກອງປະຊຸມ ໄດ້ເນັ້ນໜັກວ່າ: ຈະເພີ່ມທະວີການ ປັບປຸງນະໂຍບາຍການເງິນ ແລະ ເງິນຕາ, ປັບປຸງນະໂຍບາຍຈຳກັດ ການຊື້ເຮືອນຢູ່; ຫລຸດຜ່ອນອັດຕາກູ້ຢືມເງິນຊື້ເຮືອນ, ພະຍາຍາມພັດທະນາຕະຫລາດທຶນ, ຊຸກຍູ້ການປະຕິຮູບກອງທຶນສາທາລະນະຢ່າງໝັ້ນທ່ຽງ, ຄົ້ນຄວ້າ ແລະ ວາງມາດຕະການ ແລະ ນະໂຍບາຍ ທີ່ປົກປ້ອງນັກລົງທຶນ ຂະໜາດກາງ ແລະ ນ້ອຍ. ສ້າງກົດໝາຍວ່າດ້ວຍການສົ່ງເສີມ ເສດຖະກິດ ເອກະຊົນ, ຖືເອົາການຊຸກຍູ້ ການບໍລິໂພກປະສານສົມທົບກັບ ການສ້າງຜົນປະໂຫຍດ ໃຫ້ແກ່ ຊີວິດການເປັນຢູ່ ຂອງປະຊາຊົນ, ເຮັດໃຫ້ກຸ່ມຄົນ ທີ່ມີລາຍຮັບປານກາງ ແລະ ຕ່ຳມີລາຍຮັບເພີ່ມຂຶ້ນ, ເຮັດວຽກການຜະລິດ ສະບຽງອາ ຫານ ແລະ ກະສິກຳ ໃຫ້ດີຢ່າງແທ້ຈິງ, ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານຂອງປະເທດ.
Cr: CMG