ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສົມຄິດ ສານສົມບັດ ຜູ້ດຸໝັ່ນສ້າງເສດຖະກິດຄອບຄົວໃນການປູກຢາງພາລາ

Sep 17, 2024

ການສ້າງເສດຖະກິດຄອບຄົວ ແມ່ນອີງໃສ່ເງື່ອນໄຂສະພາບແວດລ້ອມ ທ່າແຮງ ຂອງຄອບຄົວບວກໃສ່ມີຄວາມດຸໝັ່ນຂະຫຍັນພຽນ ກ້າເຮັດ ແລະ ມີຄວາມຕັດສິນໃຈສູງ ຈຶ່ງເຮັດໃຫ້ຄອບຄົວເຮົາກ້າວໄປເຖິງຈຸດໝາຍທີ່ວາງໄວ້.
ດັ່ງຄອບຄົວ ຂອງລຸງ ສົມຄິດ ສານສົມບັດ ອາດີດນາຍບ້ານ ບ້ານທາດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເລົ່າຕໍ່ທີມຂ່າວແຂວງໄຊຍະບູລີ ວ່າ: ພາຍໃນຄອບຄົວຂອງຂ້າພະເຈົ້າແມ່ນມີນໍາກັນທັງໝົດ 6 ຄົນ ແຕ່ມີແຮງງານຕົ້ນຕໍ 2 ຄົນ ໃນເມື່ອກ່ອນຄອບຄົວແມ່ນມີອາຊີບເຮັດນາ ແລະ ຄ້າຂາຍເສີມ ເພື່ອເປັນລາຍໄດ້ເຂົ້າໃນຄອບຄົວ, ແຕ່ຊ່ວງໄລຍະນັ້ນວ່າຈະມີລາຍໄດ້ເປັນກອບເປັນກໍາເຂົ້າໃນຄອບຄົວແມ່ນບໍ່ມີ ພໍແຕ່ກຸ້ມກິນ ແລະ ມີສ່ວນແຮໄວ້ເລັກໆນ້ອຍໆໄວ້ໃຊ້ຈ່າຍໃນຍາມຈໍາເປັນ. ພໍມາຮອດປີ 2007 ທາງບໍລິສັດ ລິລຽງຢູນານ ສປຈີນ ໄດ້ມາລົງທຶນປູກຢາງພາລາຢູ່ເມືອງຊຽງຮ່ອນ, ສ້າງສວນກ້າເບ້ຍຢາງພາລາ ຢູ່ບ້ານລັບ, ບ້ານດອນຕັນ ຕົນເອງເລີຍໄດ້ລົມກັບຄອບຄົວ ເພາະວ່າມີດິນທີ່ທໍາການຜະລິດປູກພືດກະສິກໍາໃນແຕ່ລະປີ 12 ເຮັກຕາ ຈາກນັ້ນໄດ້ຫັນດິນດັ່ງກ່າວມາປູກຢາງພາລາ ໃນປີ 2007, ລົງທຶນຊື້ເບ້ຍຢາງ 5 ພັນກວ່າເບ້ຍ, ຈ່າຍແຮງງານຖາງຫຍ້າອານາໄມບົວລະບັດຮັກສາ ແລະ ປູກໄລຍະ 3×9 m ເຊິ່ງລົງທຶນທັງໝົດ 100 ກວ່າລ້ານ ຫຼັງປູກໄດ້ 7 ປີ ຫາ 8 ປີ ຕົ້ນຢາງກໍ່ໃຫ້ຜົນຜະລິດ ໃນ 5 ພັນກວ່າເບ້ຍ ແມ່ນຈະໄດ້ຂີດຢາງຢູ່ໃນລະດັບ 4 ພັນ ຫາ 4.500 ຕົ້ນ ໃນປີທໍາອິດຕົ້ນຢາງພາລາຈະໄດ້ນໍ້າຢາງປະມານ 5-6 ໂຕນ ຈາກນັ້ນແຕ່ລະປີແມ່ນຈະເພີ່ມຂຶ້ນຕາມລໍາດັບ ເຊິ່ງມາຮອດປະຈຸບັນນີ້ສວນຢາງຂ້າພະເຈົ້າ ແມ່ນໄດ້ຮັບຜົນຜະລິດຢາງ ທັງໝົດ 20-30 ໂຕນ ແລະ ລາຄາຂາຍ 1 ໂຕນຕໍ່ 15 ລ້ານກີບ, ອາທິດໜຶ່ງຂີດເທື່ອໜຶ່ງ ແລະ ປີໜຶ່ງພວກເຮົາຈະຂີດຢາງ ໄດ້ 10 ເດືອນ ສ່ວນການຂີດຢາງແມ່ນໄດ້ຈ້າງຄົນຂີດໃຫ້ ໂດຍຄ່າຈ້າງແມ່ນປັນເຄິ່ງກັນ 50 ຈະໄດ້ໜ້ອຍ ຫຼື ຫຼາຍ ແມ່ນປັນກັນຄົນລະເຄິ່ງ ລະຫວ່າງເຈົ້າຂອງສວນກັບລູກຈ້າງ ມາເຖິງປະຈຸບັນນີ້ແຕ່ລະປີຄອບຄົວຂອງຂ້າພະເຈົ້າມີລາຍຮັບ ການຂາຍນໍ້າຢາງ, ຂາຍເຂົ້າ, ຂາຍເຄື່ອງຍ່ອຍ ທັງໝົດ 450-500 ລ້ານກີບຕໍ່ປີ. ທັງໝົດນີ້ຍ້ອນຄວາມເປັນຫ່ວງເປັນໄຍຈາກພັກ-ລັດ ເວົ້າລວມ, ເວົ້າສະເພາະກໍ່ຄືການນໍາພັກລັດເມືອງຊຽງຮ່ອນ ທີ່ໄດ້ໃຫ້ຊີ້ທິດເຍືອງທາງ ຮ່ວມໄມ້ຮ່ວມມືອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນຜູ້ທີ່ມີເງື່ອນໄຂໄດ້ທໍາການຜະລິດກະສິກໍາໃຫ້ຫຼາຍ ກາຍເປັນສິນຄ້າເພື່ອສົ່ງອອກພາຍໃນ ແລະ ຕ່າງປະເທດ. ສັງລວມແລ້ວ ຄອບຄົວຂອງຂ້າພະເຈົ້າມາເຖິງໄລຍະນີ້ ແມ່ນເປັນຄອບຄົວທີ່ອຸດົມສົມບູນ, ມີເງິນຊື້ລົດໃຫຍ່ຂີ່, ມີເຮືອນທີ່ແໜ້ນໜາຖາວອນ, ມີເງິນແຮໄວ້ໃຊ້ຈ່າຍ ສົ່ງລູກຫຼານຮຽນ.
ລຸງຍັງກ່າວຕື່ມວ່າ: ໃນຕໍ່ໜ້າແມ່ນຈະເອົາໃຈໃສ່ບົວລະບັດຮັກສາຕົ້ນຢາງທີ່ມີແລ້ວ ຈະບໍ່ຂະຫຍາຍປູກໃໝ່ຕື່ມອີກ ເພາະເຫື່ອແຮງ ກໍ່ນັບມື້ນັບຖອຍລົງສາລິລະສັງຂານ ກໍ່ນັບມື້ນັບແກ່ ມີແຕ່ຈະບອກສອນໃຫ້ລູກຫຼານຜູ້ເກີດໃໝ່ໃຫຍ່ລຸ້ນສືບຕໍ່ຮັກສາໃນຂັ້ນຕໍ່ໄປ. ນອກຈາກການພັດທະນາຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນແລ້ວ ລຸງສົມຄິດ ສານສົມບັດ ຍັງເປັນຜູ້ລິເລີ່ມໃນການປູກຢາງພາລາສວນລວມຂອງບ້ານທາດ ເມືອງຊຽງຮ່ອນ ເພາະວ່າໃນຊ່ວງປີ 2007 ລຸງ ໄດ້ຮັບເລືອກຕັ້ງເປັນນາຍບ້ານ ບ້ານທາດ ໄດ້ເລີ່ມມີແນວຄິດຢາກເຮັດສວນຢາງພາລາຂອງລວມບ້ານ ຍ້ອນຕົນເອງໄດ້ໄປຖອດຖອນບົດຮຽນກັບແຂວງໃກ້ຄຽງຄື: ແຂວງຫຼວງນໍ້າທາ ເຂົາເຈົ້າໄດ້ເຮັດສວນຢາງລວມຂອງບ້ານ ເລີຍໄດ້ປຶກສາກັບໝູ່ຄະນະ ແລະ ປະຊາຊົນພາຍໃນບ້ານເພື່ອໃຫ້ເປັນເອກະພາບກັນ ຈາກນັ້ນກໍ່ໄດ້ລົງມືປູກໃນປີ 2008 ໃນເນື້ອທີ່ 4 ເຮັກຕາ, ປູກຢາງພາລາ 2000 ກວ່າເບ້ຍ, ຂະໜາດ 3×9 m ເມື່ອຕົ້ນຢາງພາລາໃຫ້ຜົນຈະເຫຼືອປະມານ 1800-1900 ຕົ້ນ ຍ້ອນຢາງພາລາຕາຍໃນເມື່ອຍັງນ້ອຍ ສ່ວນແນວພັນແມ່ນເອົາມາຈາກບໍລິສັດລິລຽງຢູນານ ເພາະບໍລິສັດດັ່ງກ່າວເປັນຜູ້ຜະລິດເບ້ຍຢາງພາລາ ໂດຍບໍ່ໄດ້ເສຍຄ່າ ມີແຕ່ທາງບໍລິສັດຈະເອົາເບ້ຍຢາງພາລາຄືນແບ່ງກັນ 50 ຄົນລະເຄິ່ງ ນັບແຕ່ສວນຢາງພາລາໃຫ້ຜະລິດນໍ້າຢາງແຕ່ລະປີແມ່ນມີລາຍຮັບເຂົ້າລວມຂອງບ້ານ 90 ລ້ານຕໍ່ປີ, ຫັກຄ່າຜູ້ທີ່ໄປຂີດແລ້ວ ຍ້ອນວ່າບ້ານ ແລະ ຜູ້ຂີດຢາງໄດ້ແບ່ງກັນຄົນລະເຄິ່ງ ເຫຼືອ 40-50 ລ້ານເຂົ້າຄັງລວມ. ລຸງຍັງໄດ້ກ່າວຕື່ມວ່າ: ໃນຕໍ່ໜ້າບ້ານຈະຂະຫຍາຍປູກຕື່ມອີກ ປະມານ 8 ເຮັກຕາ, ແນວພັນປະມານ 4.000 ເບ້ຍ ເຊິ່ງເປັນເນື້ອທີ່ດິນຂອງບ້ານຄຸ້ມຄອງ ແລະ ການເຮັດສວນຢາງພາລາລວມບ້ານ ແມ່ນເພື່ອເປັນການຫຼຸດຜ່ອນການເກັບລາຍຮັບຈາກຄອບຄົວໃນການບໍລິຫານບ້ານ ຫຼື ປະກອບສ່ວນພັນທະຕ່າງໆ ແມ່ນເອົາເງິນຄັງລວມຂອງບ້ານ ແຕ່ສິ່ງສໍາຄັນປະຈຸບັນ ບ້ານທາດ ຂອງພວກເຮົາ ແມ່ນໄດ້ເອົາເງິນຄັງລວມຂອງບ້ານ 100 ກວ່າລ້ານພັດທະນາທາງຊອຍຂອງບ້ານ 7 ເສັ້ນ, ມີຄວາມຍາວ 1.400 ກວ່າແມັດ ໂດຍໄດ້ຖົມດິນປູຫີນ ປະຈຸບັນແມ່ນສໍາເລັດ ແລະ ເຮັດໃຫ້ການສັນຈອນໄປມາໃນຊຸມຊົນມີຄວາມສະດວກສະບາຍດີຂຶ້ນ ພາຍຫຼັງທີ່ລຸງໄດ້ເປັນນາຍບ້ານມາເກືອບ 3 ສະໄໝ ມາເຖິງປະຈຸບັນແມ່ນໄດ້ອອກຈາກການເປັນນາຍບ້ານ ບ້ານທາດ ເມືອງຊຽງຮ່ອນ.
ໂດຍ: ບຸນທີ