ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຫຼີສຽງ ເຂົ້າຮ່ວມກອງປະຊຸມລະດັບສູງກ່ຽວກັບຂໍ້ລິເລີ່ມການພັດທະນາທົ່ວໂລກ

Sep 26, 2025

ວັນທີ 23 ກັນຍານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມລະດັບສູງກ່ຽວກັບຂໍ້ລິເລີ່ມການພັດທະນາທົ່ວໂລກ ແລະ ກ່າວຄຳປາໄສ. ກອງປະຊຸມດັ່ງກ່າວແມ່ນຝ່າຍຈີນເປັນເຈົ້າພາບຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນິວຢອກ ຂອງອາເມຣິກາ.

ທ່ານ ຫຼີສຽງ ກ່າວວ່າ: “ຂໍ້ລິເລີ່ມການພັດທະນາທົ່ວໂລກທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເສີມຂະຫຍາຍບົດບາດການຊີ້ນຳທີ່ສຳຄັນໃນການຊຸກຍູ້ການພັດທະນາຮ່ວມກັນ ແລະ ກາຍເປັນຜະລິດຕະພັນສາທາລະນະທີ່ໄດ້ຮັບຄວາມຊົມເຊີຍໂດຍທົ່ວໄປໃນສາກົນ.

ທ່ານ ຫຼີສຽງ ກ່າວເນັ້ນໜັກວ່າ: ຈີນຈະເປັນຜູ້ສະໜັບສະໜູນ ແລະ ຜູ້ຊຸກຍູ້ການພັດທະນາຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ, ຈີນຈະສືບຕໍ່ເພີ່ມທະວີການມີສ່ວນຮ່ວມໃນການພັດທະນາຮ່ວມກັນຂອງໂລກ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີເພື່ອຂັບເຄື່ອນການພັດທະນາທົ່ວໂລກ ແລະ ຕັ້ງໜ້າຊຸກຍູ້ການພັດທະນາທົ່ວໂລກໃຫ້ຫັນເປັນສີຂຽວ. ໃນຖານະເປັນປະເທດກຳລັງພັດທະນາທີ່ໃຫຍ່ທີ່ມີຄວາມຮັບຜິດຊອບ ຈີນຈະບໍ່ຮຽກຮ້ອງສິດທິພິເສດ ແລະ ການປະຕິບັດຕໍ່ທີ່ແຕກຕ່າງກັບປະເທດກຳລັງພັດທະນາອື່ນອີກຕໍ່ໄປ ໃນການເຈລະຈາຢູ່ອົງການການຄ້າໂລກໃນປັດຈຸບັນ ແລະ ໃນອະນາຄົດ.