ເນື່ອງໃນໂອກາດບຸນກຸດຈີນ ບຸນປະເພນີທາງຈັນທະຄະຕິຂອງຈີນໃກ້ຈະໝູນ ວຽນມາເຖິງນີ້. ຕອນບ່າຍວັນທີ 26 ມັງກອນນີ້, ຢູ່ຫໍສະພາປະຊາຊົນທີ່ປັກກິ່ງ, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນ ໄດ້ຈັດງານໂອ້ລົມສົນທະນາເພື່ອແລກປ່ຽນຄວາມຄິດເຫັນກັບຜູ້ແທນຊ່ຽວຊານຕ່າງປະເທດທີ່ໄດ້ຮັບລາງວັນມິດຕະພາບຈາກລັດຖະບານຈີນໃນປີ 2024 ແລະຊ່ຽວຊານຕ່າງປະເທດທີ່ເຮັດວຽກຢູ່ຈີນ.
ທ່ານ ຫຼີສຽງ ໄດ້ອວຍພອນປີໃໝ່ຈີນ ແລະ ຢື້ຢາມຖາມຂ່າວທີ່ຈິງໃຈຕໍ່ຜູ້ຊ່ຽວ ຊານຕ່າງປະເທດ, ໂດຍເນັ້ນໜັກວ່າ: ລັດຖະບານຈີນ ຈະປັບປຸງນະໂຍບາຍທີ່ກ່ຽວ ຂ້ອງໃຫ້ດີຂຶ້ນຕື່ມອີກ, ຍົກລະດັບການບໍລິການ ແລະ ການຮັບປະກັນ, ສ້າງເວທີຮ່ວມ ມືແລກປ່ຽນສາກົນໃຫ້ຫຼາຍກວ່າເກົ່າ ເພື່ອສືບຕໍ່ສ້າງເງື່ອນໄຂທີ່ດີໃຫ້ຜູ້ມີຄວາມຮູ້ຄວາມສາມາດຕ່າງປະເທດມາເຮັດວຽກ ຫຼື ສ້າງພາລະກິດຢູ່ຈີນ.
Cr. CMG


See insights and ads
Boost post
All reactions:
You and 6 others


