ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 09 ພຶດສະພາ 2023 ທີ່ແຂວງຈຳປາສັກ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໄດ້ໃຫ້ກຽດເປັນປະທານກອງປະຊຸມ ວຽກງານດ້ານຄວາມປອດໄພທາງຫຼວງ; ມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຮອງລັດ ຖະມົນຕີ ແລະ ບັນດາທ່ານ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ບັນດາແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າຈາກທະນາຄານໂລກ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ຈຸດປະສົງຂອງກອງປະຊຸມ ເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດ ຍຸດທະ ສາດແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025, ພ້ອມທັງ ຕີລາຄາ ແລະ ປຶກສາຫາລື ກ່ຽວກັບວຽກງານ ຄວາມປອດໄພທາງຫຼວງ ໂດຍສະເພາະ ການແກ້ໄຂບັນຫາ, ກົນໄກການເຮັດວຽກ, ກົນໄກການປະສານງານ ໃນການປ້ອງກັນ ແລະ ຫຼຸດຜ່ອນອຸປະຕິເຫດທາງຫຼວງ.
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານ ກ່ຽວກັບຄວາມໝາຍ ຄວາມສຳຄັນ ຂອງວຽກງານຄວາມປອດໄພທາງຫຼວງ ແລະ ຄວາມຈໍາເປັນຮີບດ່ວນ ຂອງການເພີ່ມທະວີວຽກງານປອດໄພທາງຫຼວງໃນເງື່ອນໄຂໃໝ່ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນວ່າ ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ອັດຕາການເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບ ຍັງມີໂຕເລກສູງ ໂດຍສະເພາະ ຢູ່ໃນບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ລວມທັງຢູ່ ສປປ ລາວ ເຮົາ. ຜ່ານການເກັບກຳຂໍ້ມູນ ແລະ ປະ ເມີນຜົນ, ປັດໃຈຫຼັກທີ່ພາໃຫ້ເກີດອຸປະ ຕິເຫດຕາມທາງຫຼວງ ແມ່ນເກີດຈາກຄົນ (ຜູ້ຂັບຂີ່, ຜູ້ນໍາໃຊ້ຖະໜົນ), ສະພາບແວດ ລ້ອມ, ເສັ້ນທາງ ແລະ ຍານພາຫະນະ.
ສະນັ້ນ, ເພື່ອບັນລຸເປົ້າໝາຍການພັດທະ ນາແບບຍືນຍົງ ຂອງອົງການສະຫະປະຊາ ຊາດ ທີ່ແນໃສ່ໃຫ້ມີສະຖຽນລະພາບ ທາງດ້ານຄວາມປອດໄພ ແລະ ຫຼຸດຜ່ອນ ຈໍານວນຜູ້ເສຍຊີວິດຈາກອຸປະຕິເຫດທາງຫຼວງ ໃຫ້ຫຼຸດລົງ 50% ໃນປີ 2030, ສປປ ລາວ ໄດ້ວາງແຜນດໍາເນີນງານແຕ່ລະໄລຍະ ຕາມ 5 ເສົາຄໍ້າ ເປັນຕົ້ນ ການຄຸ້ມຄອງຄວາມປອດໄພທາງຫຼວງ; ໂຄງລ່າງພື້ນຖານເສັ້ນທາງ ທີ່ປອດໄພ; ການຄຸ້ມຄອງມາດຕະຖານເຕັກນິກຂອງຍານພາຫະນະທາງບົກ; ການຄຸ້ມຄອງພຶດຕິກໍາຂອງຜູ້ໃຊ້ຍານພາຫະນະທາງບົກຕາມທາງຫຼວງ; ແລະ ການຊ່ວຍເຫຼືອສຸກເສີນຫຼັງເກີດອຸປະຕິເຫດ. ໃນຕໍ່ໜ້າ, ທຸກຂະແໜງການ ໃນຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ເພີ່ມທະວີການມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດວຽກງານດ້ານຄວາມປອດໄພທາງຫຼວງ ຢ່າງຈິງຈັງ ຕາມພາລະບົດບາດ ຂອງແຕ່ລະຂະແໜງການ ເພື່ອໃຫ້ບັນລຸຕາມຄາດໝາຍຂອງຍຸດທະສາດທີ່ລັດຖະບານໄດ້ຮັບຮອງ.
ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ຈາກຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ກ່ຽວກັບການກວດກາການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ, ສະຖິຕິການເກີດອຸປະຕິເຫດທາງຫຼວງ, ທົບທວນຄືນຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030, ແຜນດໍາເນີນງານ ໄລຍະປີ 2021-2025 ແລະ ແຜນການຈັດຕັ້ງວຽກງານຄວາມປອດໄພທາງຫຼວງໃນເງື່ອນໄຂໃໝ່. ຜ່ານການຈັດຕັ້ງປະຕິບັດວຽກງານຄວາມປອດໄພຕາມທາງຫຼວງ ໃນຊຸມປີຜ່ານມາ ເຫັນວ່າ ກຸ່ມຄົນທີ່ເສຍຊີວິດຈາກອຸປະຕິເຫດ ແມ່ນມີອາຍຸ 5-14 ປີ, ຮອງລົງມາແມ່ນ ອາຍຸແຕ່ 15-49 ປີ, ພ້ອມກັນນັ້ນ ກຸ່ມຄົນທີ່ມີຄວາມສ່ຽງສູງ ຕໍ່ກັບການເກີດອຸປະຕິເຫດຕາມທ້ອງຖະໜົນ ແມ່ນມີຖານະປານກາງ ແລະ ທຸກຍາກ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ວຽກງານຈຳນວນໜຶ່ງ ເປັນຕົ້ນ ອົງການປົກຄອງທຸກຂັ້ນ ຕະຫຼອດຮອດແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງຖືສໍາຄັນ ແລະ ເຫັນແຈ້ງຄວາມຈໍາເປັນຮີບດ່ວນ ຂອງການເພີ່ມທະວີການນໍາພາ-ຊີ້ນໍາ, ຕິດຕາມຊຸກຍູ້ວຽກງານຄວາມປອດໄພທາງຫຼວງຢ່າງເປັນປົກກະຕິ, ແທດເຖິງ ແລະ ທັນການ ເຮັດໃຫ້ວຽກງານນີ້ເປັນພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວສັງຄົມ; ໃຫ້ແຕ່ລະພາກສ່ວນ ຮີບຮ້ອນຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ ໂດຍສະເພາະ ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030 ແລະ ແຜນດໍາເນີນງານ ໄລຍະປີ 2021-2025 ອອກເປັນແຜນລະອຽດ, ຫັນເຂົ້າສູ່ລວງເລິກ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ; ພະນັກງານການນໍາພັກ-ລັດທຸກຂັ້ນ, ພະນັກງານ-ລັດຖະກອນຫຼັກແຫຼ່ງ ຕ້ອງເປັນແບບຢ່າງ, ເປັນແວ່ນແຍງ ໃນການປະຕິບັດລະບຽບກົດ ໝາຍຢ່າງເຂັ້ມງວດ ໂດຍສະເພາະ ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ເດັດຂາດບໍ່ແຊກແຊງເຂົ້າໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ. ພ້ອມນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກໍ່ຕ້ອງເດັດດ່ຽວບັງຄັບໃຊ້ກົດໝາຍຢ່າງຖືກຕ້ອງ ແລະ ເປັນທໍາ. ນອກນັ້ນ ໃຫ້ຄົ້ນຄວ້າ ແລະ ນໍາໃຊ້ເຕັກໂນໂລຊີທັນສະໄໝຫຼາຍຂຶ້ນ ເຂົ້າໃນວຽກງານການບັງຄັບໃຊ້ກົດໝາຍ ແລະ ລະບຽບການ ທີ່ກ່ຽວກັບການຈະລາຈອນທາງບົກ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອບັນຈຸເອກະສານຄວາມຮູ້ ກ່ຽວກັບຄວາມປອດໄພທາງຫຼວງ ແລະ ກົດຈະລາຈອນທາງບົກ ເຂົ້າໃນຫຼັກສູດການຮຽນ-ການສອນ ແຕ່ລະຊັ້ນຮຽນ; ເພີ່ມທະວີການໂຄສະນາຂໍ້ມູນຂ່າວສານ ກ່ຽວກັບຄວາມປອດໄພທາງຫຼວງ ດ້ວຍຫຼາຍຊ່ອງທາງ ເປັນຕົ້ນ ຜ່ານສື່ອອນລາຍ ແລະ ຊ່ອງທາງອື່ນໆ, ພ້ອມທັງ ເພີ່ມທະວີການປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ໃນສະຖາບັນຄອບຄົວ ທີ່ເປັນຈຸລັງ ທີ່ມີບົດບາດສໍາຄັນ ໃນການອົບຮົມບົ່ມສອນລູກຫຼານປະຊາຊົນລາວ ໃນດ້ານຕ່າງໆ ໃຫ້ຫຼາຍຂຶ້ນ; ໃຫ້ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄົ້ນຄວ້າ ແລະ ຈັດສັນງົບປະມານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫຼວງ; ກວດກາຄືນກົນໄກການປະສານງານ ລະຫວ່າງ ບັນດາຂະແໜງການພາຍໃນແຂວງ ກໍ່ຄືການປະສານກັບສູນກາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫຼວງ ມີປະສິດທິພາບ.
ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມດ່ານສາກົນວັງເຕົ່າ, ທ່າບົກວັງເຕົ່າ ແລະ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຢູ່ແຂວງຈໍາປາສັກ ຕື່ມອີກ.