ໃນຕອນແລງ ວັນທີ 6 ມີນາ 2026 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວ ຢ່າງເປັນທາງການ; ມີທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ; ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ, ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ; ທ່ານ ນາງ ທຽນທອງ ໂສພາ, ຜູ້ອໍານວຍການບໍລິສັດ ສະໜາມບິນສາກົນບໍ່ແກ້ວ, ອາດີດການນຳຂັ້ນສູງ, ການນຳບັນດາກະຊວງ-ອົງການ, ການນໍາຫຼັກແຫຼ່ງແຂວງບໍ່ແກ້ວ, ພາກທຸລະກິດທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ສະໜາມບິນສາກົນບໍ່ແກ້ວ ຕັ້ງຢູທີ່ບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ຫ່າງຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ປະມານ 05 ກິໂລແມັດ, ໄດ້ຮັບການອະນຸຍາດໃຫ້ລົງທຶນ ແລະ ກໍ່ສ້າງໃນປີ 2021-2023, ເປັນສະໜາມບິນເອກະຊົນແຫ່ງທໍາອິດໃນ ສປປ ລາວ, ພາຍໃຕ້ສັນຍາຮູບແບບ BOT (ລົງທຶນ, ກໍ່ສ້າງ ແລະ ບໍລິຫານງານໂດຍບໍລິສັດ 100%), ໄດ້ຖືກຈັດຢູ່ໃນປະເພດສະໜາມບິນຂະໜາດກາງ (Code 4C), ມີທາງແລ່ນຂຶ້ນ-ລົງ ຂະໜາດ 2500 ແມັດ x 45 ແມັດ, ສາມາດຮອງຮັບເຮືອບິນປະເພດ A-320, B-737, ມີ 03 ທາງຂັບເຄື່ອນ (Taxiway) ຄື: Alpha, Bravo ແລະ Cherie, ມີລານຈອດເຮືອບິນ ຂະໜາດ 130 ແມັດ x 220 ແມັດ, ປະກອບມີຂຸມຈອດເຮືອບິນທັງໝົດ 04 ຂຸມຈອດ, ສາມາດຮັບເຮືອບິນຂະໜາດ A-320, B-737 ໄດ້ພ້ອມກັນ 02 ລໍາ ແລະ ອີກ 02 ລໍາ ປະເພດເຮືອບິນ ATR-72 ຫຼື MA-60 ລົງມາ; ການບັນຊາການຈະລາຈອນເຮືອບິນ ຂຶ້ນ-ລົງ ແລະ ໂຄງລ່າງພື້ນຖານຕ່າງໆ ຢູ່ສະໜາມບິນ ແມ່ນລະດັບມາດຕະຖານ ຂອງອົງການການບິນພົນລະເຮືອນສາກົນ. ພາຍຫຼັງການກໍ່ສ້າງສໍາເລັດ ແມ່ນໄດ້ເປີດນໍາໃຊ້ບໍລິການຜູ້ໂດຍສານພາຍໃນປະເທດ ໃນວັນທີ 05 ກຸມພາ 2024 ແລະ ໄດ້ສືບຕໍ່ກໍ່ສ້າງ-ປັບປຸງບາງດ້ານເພີ່ມເຕີມ ໃຫ້ໄດ້ຄົບຖ້ວນຕາມມາດຖານເຕັກນິກ ຂອງສະໜາມບິນສາກົນ, ຊຶ່ງຄາດວ່າ ສະໜາມບິນດັ່ງກ່າວ ຈະປະກອບສ່ວນສຳຄັນຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະ ຕໍ່ການບໍລິການດ້ານການຄ້າ-ການທ່ອງທ່ຽວ, ການປະຕິບັດນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ທັງພາຍໃນ ແລະ ພາກພື້ນ. ການເປີດນຳໃຊ້ສະໜາມບິນແຫ່ງນີ້ ເປັນສະໜາມບິນສາກົນ ແມ່ນໄດ້ປະກອບສ່ວນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ແລະ ແຜນພັດທະນາວຽກງານຂະແໜງ ຍທຂ ໄລຍະ 5 ປີ 2026-2030 ທີ່ໄດ້ກໍານົດຄາດໝາຍການຂົນສົ່ງໂດຍສານ ແລະ ສິນຄ້າທາງອາກາດ ເພີ່ມຂຶ້ນສະເລ່ຍ 0.8%ຕໍ່ປີ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ຈະສ້າງເງື່ອນໄຂໃຫ້ແກ່ການບໍລິການຖ້ຽວບິນສາກົນ ເຂົ້າມາ ສປປ ລາວ ນັບມື້ນັບເພີ້ມຂຶ້ນ.



