ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

May 10, 2023

ໃນວັນທີ 09 ພຶດສະພາ 2023 ທີ່ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ (APSC) ຄັ້ງທີ 26 ແລະ ກອງປະຊຸມສະພາປະສານງານອາຊຽນ (ACC) ຄັ້ງທີ 33, ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າຂອງຂະບວນການສ້າງປະຊາຄົມອາຊຽນ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການປຶກສາຫາລືກະກຽມຮ່າງວິໄສທັດປະຊາຄົມອາຊຽນຫລັງປີ 2025 ແລະ ໄດ້ປຶກສາຫາລືການຮ່ວມມືພາຍນອກຂອງອາຊຽນ ລວມທັງການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງປະເທດຕ່າງໆ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ ຄັ້ງທີ 26 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້້ນຄົງອາຊຽນ 2025.
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 33 ໄດ້ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ‘ຂໍ້ສະເໜີແນະກ່ຽວກັບການຮັດແໜ້ນຂີດຄວາມສາມາດ ແລະ ປະສິດທິພາບດ້ານສະຖາບັນຂອງອາຊຽນ’ ແລະ ໄດ້ຮັບຮອງເອົາ ‘ແຜນດຳເນີນງານ ສຳລັບການເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ’ . ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືການກະກຽມດ້ານຕ່າງໆ ລວມທັງເອກະສານຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ຈະຈັດຂຶ້ນໃນວັນທີ 10-11 ພຶດສະພາ 2023 ທີ່ ລາບວນ ບາໂຈ, ປະເທດອິນໂດເນເຊຍ.
——————