ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດງານເທສະການບຸນເຂົ້າໄກ່ນ້ອຍ

Dec 8, 2024

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດງານເທສະການບຸນເຂົ້າໄກ່ນ້ອຍ
​ໃນຕອນບ່າຍ ວັນທີ 5 ທັນວາ 2024 ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການ ປົກຄອງ ແລະ ວັດທະນະທຳ-ສັງຄົມ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດງານເທສະການບຸນເຂົ້າໄກ່ນ້ອຍ ແລະ ພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງຊຽງຂວາງ; ມີທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ, ທ່ານ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຕາງໜ້າການນຳ ບັນດາແຂວງໃກ້ຄຽງ, ການນຳ-ພະນັກງານຫຼັກແຫຼ່ງແຂວງຊຽງຂວາງ ພ້ອມດ້ວຍແຂກຖືກເຊີນ ແລະ ປະຊາຊົນ ພາຍໃນເຂດເທດສະບານແຂວງ ເຂົ້າຮ່ວມ.
​ໃນໂອກາດນີ້, ທ່ານ ເຈົ້າແຂວງຊຽງຂວາງ ໄດ້ ລາຍງານໃຫ້ຊາບ ເຖິງຄວາມເປັນມາຂອງງານບຸນເຂົ້າໄກ່ນ້ອຍ ແລະ ການຈັດ ງານບຸນໃນປີນີ້ວ່າ: ຈຸດພິເສດ ທາງດ້ານທີ່ຕັ້ງພູມສັນຖານຂອງປະຊາຊົນຊາວຊຽງຂວາງ ສ່ວນໃຫຍ່ແມ່ນປະກອບອາຊີບເປັນຊາວນາປູກເຂົ້າ ເພື່ອລ້ຽງຊີບມາແຕ່ດົນນານ. ສະນັ້ນ ເພື່ອເປັນ ການຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ອຸດສາຫະກຳໃຫ້ ເປັນສິນຄ້າ ໃນງານບຸນປີນີ້ ໄດ້ທ້ອນໂຮມເອົາຜົນຜະລິດຕະພັນກະສິກຳ ເປັນຕົ້ນ ເຂົ້າໄກ່ນ້ອຍ, ເຜືອກ-ມັນ-ພືດຜັກ ແລະ ຜົນລະປູກອື່ນໆ ມາວາງສະແດງຂາຍ, ພ້ອມທັງ ມີການສະແດງສິລະ ປະວັນນະຄະດີ ທີ່ເປັນເອກະລັກອັນໂດດເດັ່ນຂອງປະຊາຊົນບັນ ດາເຜົ່າຊາວແຂວງຊຽງຂວາງ ເພື່ອສົ່ງເສີມຮີດຄອງປະເພນີອັນດີງາມ ໃຫ້ຢືນຍົງ ແລະ ມີທ່າກ້າວຂະຫຍາຍຕົວຂຶ້ນເລື້ອຍໆ, ທັງ ເປັນການສ້າງວຽກເຮັດງານທຳ ສ້າງລາຍໄດ້ໃຫ້ຜູ້ປະກອບການ ແລະ ປະຊາຊົນ ຜູ້ທຳການຜະລິດ ໃຫ້ມີຊີວິດການເປັນຢູ່ໄດ້ຮັບການປັບປຸງທີ່ດີຂຶ້ນ, ປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ອີກດ້ານໜຶ່ງ ກໍ່ເພື່ອໂຄສະນາການທ່ອງທ່ຽວຂອງແຂວງ ອອກສູ່ພາຍນອກໃຫ້ນັບມື້ກ້ວາງຂວາງ, ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວແຂວງຊຽງຂວາງ ໃຫ້ນັບມື້ຫຼາຍຂື້ນ ເພື່ອນໍາເງິນຕາເຂົ້າປະເທດ ກໍ່ຄືແຂວງຊຽງຂວາງ, ກະຈາຍລາຍໄດ້ໂດຍກົງ ໃຫ້ຜູ້ປະກອບການທຸລະກິດ ເຊັ່ນ: ການຂົນສົ່ງ, ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ, ການບໍລິການນໍາທ່ຽວ ແລະ ຜູ້ປະກອບການອື່ນໆ. ນອກນັ້ນ ຍັງເປັນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄື ຂອງປະຊາຊົນຊາວແຂວງຊຽງຂວາງ ຕິດພັນກັບການສະເຫຼີມສະຫຼອງວັນຊາດທີ 02 ທັນວາ ຄົບຮອບ 49 ປີ ໃຫ້ມີບັນຍາດຟົ້ນຟື້ນ.
ການຈັດງານບຸນໃນຄັ້ງນີ້ ເປັນໜຶ່ງໃນກິດຈະກຳລະດັບຊາດ ທີ່ຕິດພັນກັບປີທ່ອງທ່ຽວລາວ 2024 ເຊິ່ງພາຍໃນງານໄດ້ຈັດຫຼາຍກິດຈະກໍາ ເປັນຕົ້ນ ກອງເຂົ້າຈໍາລອງ 3 ກອງ ແລະ ຮູບພາບມໍລະດົກໂລກໄຫຫີນ 11 ແຫ່ງ; ພິທີທາງສາດສະໜາ (ສູ່ຂວັນ ເຂົ້າ); ກິດຈະກໍາແຂ່ງຂັນປຸງແຕ່ງອາຫານ (ຊີມອາຫານ) 10 ຫ້ອງ; ວາງສະແດງສິນຄ້າກະສິກໍາກຸ່ມຜູ້ຜະລິດເຂົ້າໄກ່ນ້ອຍ ແລະ ກະສິກໍາອື່ນໆ 24 ຫ້ອງ; ວາງສະແດງ ແລະ ຈໍາໜ່າຍສິນຄ້າໂອດອບ ຂອງ 7 ເມືອງພາຍໃນແຂວງຊຽງຂວາງ; ຕະຫຼາດນັດສິນຄ້າທົ່ວ ໄປ; ສະແດງສິນລະປະ; ຕີກອງຄູ່ຕີກອງຄົບງັນ; ຈັດເວທີສົນທະ ນາລະຫວ່າງຜູ້ປະກອບການ ກັບຜູ້ຜະລິດສິນຄ້າກະສິກໍາ-ຝ່າຍວິຊາການ ແລະ ເດີນແບບນາງສາວເຂົ້າໄກ່ນ້ອຍ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ແລະ ພ້ອມລັ່ນຄ້ອງ​ 9​ ບາດ ​ເພື່ອເປີດງານເທສະການບຸນເຂົ້າໄກ່ນ້ອຍ ແລະ ພິທີສະເຫຼີມສະຫຼອງປີທ່ອງ ທ່ຽວລາວ 2024 ທີ່ແຂວງຊຽງຂວາງ ຢ່າງເປັນທາງການ. ພາຍຫຼັງສໍາເລັດການພິທີເປີດຢ່າງເປັນທາງການ, ທ່ານ ຮອງນາຍົກລັດ ຖະມົນຕີ ພ້ອມດ້ວຍຄະນະ ໄດ້ຢ້ຽມຊົມຜະລິດຕະພັນກະສິກຳ ແລະ ສິນຄ້າລາວທີ່ໄດ້ນຳມາວາງສະແດງພາຍໃນງານໃນຄັ້ງນີ້ຕື່ມອີກ.
ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ