ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດ ສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ (20/01/1949-20/01/2022), ໃນຕອນເຊົ້າວັນທີ 19 ມັງກອນ 2022 ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ພອນມີໄຊ ສີວົງຊຳ, ຫົວໜ້າການເມືອງ ກອງພັນໃຫຍ່ທະຫານຣາບຍານເກາະທີ 11 ພ້ອມດ້ວຍຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານ ຂອງກອງພັນໃຫຍ່ດັ່ງກ່າວ .
ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ເປັນໜຶ່ງໃນກອງພັນ ທະຫານ ທີ່ມີຜົນງານດີເດັ່ນ ໃນການປະຕິບັດພາລະກິດ ປະ ຕິວັດປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາ ປະເທດຊາດ, ເຊິ່ງເປັນການປະ ກອບສ່ວນອັນສຳຄັນ ໃນການສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພັດທະນາເສະຖະກິດ-ສັງ ຄົມຂອງຊາດ ມີການພັດ ທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ. ເວົ້າລວມ, ຕະຫຼອດໄລຍະ 73 ປີຜ່ານມາ ກອງທັບປະຊາຊົນລາວ ໄດ້ເຮັດຫຼ້ອນໜ້າ ທີ່ອັນໃຫຍ່ຫຼວງ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ຊື່ງໄດ້ຮັບຄຳສັນລະເສີນຈາກ ພັກ-ລັດ ແລະ ປະຊາຊົນ “ກອງທັບຍາມໃດກໍ່ນຳໜ້າໃນທຸກວຽກງານ, ເດັດ ດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະ ຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ” ຢ່າງແທ້ຈິງ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ຂອງກອງພັນໃຫຍ່ທະຫານຮາບຍານເກາະທີ 11 ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ກໍ່ໄດ້ມີຄໍາເຫັນຊີ້ນຳຕື່ມບາງດ້ານ ເປັນຕົ້ນ 1. ເຊີດຊູສະຕິລະວັງຕົວ, ເປັນເຈົ້າການຈັດຕັ້ງຜັນຂະຍາຍແນວທາງນະໂຍບາຍຂອງພັກ-ລັດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ;
2. ກໍ່ສ້າງ, ປັບປຸງ ແລະ ອົບຮົມບົ່ມສອນ ກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຂະ ຫຍາຍຕົວບໍ່ຢຸດຢັ້ງ, ຮັບປະກັນຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ ແລະ ປະເທດຊາດ;
3. ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງກອງທັບ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ;
4. ຕ້ອງສຸມທຸກເງື່ອນ ໄຂຄວາມສາມາດທີ່ມີ ເພື່ອກ້າວໄປເຖິງການກຸ້ມຕົນເອງ ທາງດ້ານພະລາທິການຮອບດ້ານ ບົນພື້ນຖານປະຢັດມັດທະ ຍັດ;
5. ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ກັບກອງທັບ ປະ ເທດເພື່ອນມິດຍຸດທະສາດ. ຕະຫຼອດໄລຍະ 73 ປີຜ່ານມາ ກຳລັງພວກເຮົາໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ຊື່ງໄດ້ຮັບຄຳສັນລະເສີນຈາກ ພັກ- ລັດ “ກອງທັບຍາມໃດກໍ່ນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ” ຢ່າງແທ້ຈິງ.
ເພື່ອເປັນກຳລັງໃຈ ໃຫ້ນາຍ ແລະ ພົນທະຫານ ກອງພັນທະຫານຮາບດັ່ງກ່າວ ເນື່ອງໃນໂອກາດການສະເຫຼີມ ສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ທ່ານຮອງນາຍົກລັດຖະ ມົນຕີ ໄດ້ກ່າວອວຍພອນໄຊ ໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ,ພ້ອມທັງ ມອບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19 ແລະ ເງິນຈຳນວນໜຶ່ງ ໃຫ້ກອງພັນໃຫຍ່ທະຫານຮາບດັ່ງກ່າວ ຕື່ມອີກ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ
May be an image of 2 people, people standing and indoor
May be an image of 2 people