ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

Apr 27, 2025

ໃນລະຫວ່າງວັນທີ 21-23 ເມສາ 2025 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ພົບປະສອງຝ່າຍກັບທ່ານ ທ່ານ ອາເລັກເຊ ໂອເວຣຊຸກ (Alexey Overchuk), ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ເຊິ່ງທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ໃນຄັ້ງນີ້ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ທີ່ຈະເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະປົກປ້ອງປິຕຸພູມ ຄົບຮອບ 80 ປີທີ່ຈະຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ແລະ ທົບທວນຄືນການຈັດຕັ້ງປະຕິບັດ ຜົນການພົບປະ ລະຫວ່າງ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ໃນປີທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ. ການພົບປະດັ່ງກ່າວ ໄດ້ດຳເນີນດ້ວຍບັນຍາກາດທີ່ອົບອຸ່ນ, ມີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ເປັນຢ່າງດີ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃນໄລຍະທີ່ຜ່ານມາ ເຫັນວ່າ ມີຜົນສຳເລັດໃນຫຼາຍດ້ານ ເຊິ່ງອັນພົ້ນເດັ່ນ ແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວຽກງານມະນຸດສະທໍາ-ເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ.ນອກຈາກນີ້, ສອງຝ່າຍ ເຫັນດີ ເພີ່ມທະວີຄວາມພະຍາຍາມຮ່ວມກັນ ໃນການຮ່ວມມືຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນ ໃນຕໍ່ໜ້າ ເນື່ອງຈາກວ່າ ຈຳນວນຕົວເລກ ການຮ່ວມມືໃນຂົງເຂດດັ່ງກ່າວ ຍັງບໍ່ທັນສູງເທົ່າທີ່ຄວນ. ພ້ອມນີ້ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນແມ່ນ ພະລັງງານສະອາດ, ການທ່ອງທ່ຽວ, ການຂົນສົ່ງ (ທາງບົກ, ທາງອາກາດ ແລະ ທາງນໍ້າ)ແລະ ການພັດທະນາແບບຍືນຍົງເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດວຽກງານເຫຼົ່ານີ້ສາມາດນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດຫຼາຍຂຶ້ນ.
ໃນໄລຍະດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບທ່ານ ເຊຣເກ ລາວະຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ເຊິ່ງສອງຝ່າຍໄດ້ປຶກສາຫາລືແລກປ່ຽນທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ພ້ອມທັງ ຢືນຢັນ ຈະສືບຕໍ່ພົວພັນຮ່ວມມືກັນທຸກຂັ້ນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະ ໃນເວທີພາກພື້ນ ແລະ ສາກົນ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍໃນຄັ້ງນີ້, ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ທ່ານ ອານາໂຕລີ ຕໍກູນົບ (Anatoly Torkunov),ອະທິການບໍດີມະຫາວິທະຍາໄລພົວພັນສາກົນ(MGIMO)ເຊິ່ງເຫັນວ່າ ມະຫາວິທະຍາໄລດັ່ງກ່າວເປັນມະຫາວິທະຍາໄລທີ່ມີຊື່ສຽງ ແລະ ຈັດຢູ່ໃນອັນດັບຕົ້ນໆຂອງຣັດເຊຍ ໂດຍມີການນຳຂັ້ນສູງ ຂອງ ສປປ ລາວ ຫຼາຍທ່ານ ເຄີຍໄປສຶກສາຮໍ່າຮຽນຢູ່ທີ່ນັ້ນ. ທ່ານອະທິການບໍດີ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ນັກສຶກສາລາວ ທີ່ໃຫ້ຄວາມສຳຄັນ ແລະ ມີຄວາມສົນໃຈໃນການມາສຶກສາຮ່ຳຮຽນ ຢູ່ມະຫາວິທະຍາໄລດັ່ງກ່າວ, ພ້ອມທັງແຈ້ງໃຫ້ຊາບວ່າລັດຖະບານຣັດເຊຍ ໄດ້ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ ໄປສຶກສາທີ່ຣັດເຊຍ ຈຳນວນ 100 ທຶນ/ປີ. ສ່ວນມະຫາວິທະຍາໄລພົວພັນສາກົນ(MGIMO) ກໍ່ຍັງໄດ້ໃຫ້ທຶນການສຶກສາແກ່ບັນດາປະເທດສະມາຊິກອາຊຽນ ພາຍໃຕ້ຂອບການຮ່ວມມື ສູນອາຊຽນ-MGIMOຕື່ມອີກ.
ນອກນັ້ນ, ຍັງໄດ້ພົບປະສອງຝ່າຍ ກັບທ່ານ Dmitry Bakanov,ຜູ້ອຳນວຍການໃຫຍ່ບໍລິສັດROSCOSMOS ແຫ່ງລັດ ແຫ່ງສະຫະພັນຣັດເຊຍ. ໃນໂອກາດດັ່ງກ່າວ, ບໍລິສັດROSCOSMOSໄດ້ລາຍງານໃຫ້ຊາບ ກ່ຽວກັບ ຄວາມເປັນມາ ແລະ ພາລະບົດບາດ ຂອງບໍລິສັດ ໃນການດຳເນີນການ ແລະ ການປະກອບສ່ວນສຳຄັນ ຂອງບໍລິສັດນີ້ ໃຫ້ແກ່ ລັດຖະບານ ສະຫະພັນຣັດເຊຍ ໃນວຽກງານອາວະກາດ. ພ້ອມດຽວກັນນີ້, ຝ່າຍລາວໄດ້ສະແດງຄວາມສົນໃຈ ແລະ ແລກປ່ຽນຄວາມເຫັນ ຕໍ່ຄວາມເປັນໄປໄດ້ ໃນການສົ່ງນັກສຶກສາລາວ ໄປຮ່ຳຮຽນວິຊາອາວະກາດ ໃນອະນາຄົດອັນໃກ້.
ຄຽງຄູ່ກັນນີ້, ຍັງໄດ້ໄປຢ້ຽມຢາມບໍລິສັດROSATOM,ໂດຍໄດ້ພົບປະກັບທ່ານ Nikolay Spassky, ຮອງອຳນວຍການບໍລິສັດດັ່ງກ່າວ, ເຊິ່ງບໍລິສັດ ໄດ້ລາຍງານໃຫ້ຊາບ ກ່ຽວກັບໜ້າທີ່ວຽກງານ ແລະ ການບໍລິການກ່ຽວກັບ ພະລັງງານສະອາດ, ພ້ອມທັງ ແຈ້ງໃຫ້ຝ່າຍລາວຊາບ ວຽກງານບູລິມະສິດຕົ້ນຕໍ ໃນວຽກງານຄວາມປອດໄພ, ການກະກຽມບຸກຄະລາກອນ, ວິທີປ້ອງກັນເຫດ ກ່ຽວກັບການນຳໃຊ້ພະລັງງານໄຟຟ້າປະລາມານູ ໂດຍສັນຕິ. ນອກຈາກນີ້ ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມືພັດທະນາພະລັງງານສະອາດ ແລະ ການຮ່ວມມືພະລັງງານໄຟຟ້າປະລາມານູ ໂດຍສັນຕິ ໃນອະນາຄົດ.
ຂ່າວ ແລະ ພາບ: ກົມເອີຣົບ-ອາເມຣິກາ ຕປທ + ກົມປະຊາສຳພັນ ຫສນຍ.