ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບທ່ານ ທູດຍີ່ປຸ່ນ ປະຈຳລາວ

Dec 4, 2024

ຕອນເຊົ້າວັນທີ 4 ທັນວາ 2024, ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂຄອິຊຸມິ ຊຶໂຕະມຸ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ໂຄອິຊຶມິ ຊຶໂຕມຸ ທີ່ໄດ້ຖືກແຕ່ງຕັ້ງດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ເຊິ່ງສະແດງເຖິງຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ແລະ ຈະກ້າວໄປສູ່ການຍົກລະດັບເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນໄວໆນີ້; ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດຂອງສອງປະເທດ, ການນໍາຂັ້ນສູງຂອງສອງປະເທດ ໄດ້ສືບຕໍ່ແລກປ່ຽນການຢ້ຽມ ຢາມພົບປະ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ເຊິ່ງໃນໄລຍະເວລາ ບໍ່ພໍເທົ່າເດືອນຜ່ານມານີ້ ແມ່ນການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ອິຊິບະ ຊິເງະຣຸ ນາຍົກ ລັດຖະມົນຕີຍີ່ປຸ່ນ ແລະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ; ສໍາລັບປີ 2025 ທີ່ຈະມາເຖິງນີ້ ຈະເປັນປີທີ່ມີຄວາມໝາຍສໍາຄັນ ໃນໂອກາດຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ; ຄົບຮອບ 10 ປີ ການເປັນຄູ່ຮ່ວມຍຸດທະສາດ ແລະ ຍັງເປັນປີຄົບ ຮອບ 60 ປີ ທີ່ຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ (ເຊິ່ງຄັ້ງທໍາອິດ ແມ່ນໃນປີ 1965).
ໃນໂອກາດອັນສໍາຄັນນີ້, ການນໍາຂັ້ນສູງຂອງ ສປປ ລາວ ຈະເດີນທາງຢ້ຽມຢາມປະເທດຍິ່ປຸ່ນ ເພື່ອສະເຫຼີມ ສະຫຼອງວັນສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ຟົດຟື້ນ.
ຖືໂອກາດນີ້, ທ່ານ ຮອງນາຍົກ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ ການຊ່ວຍ ເຫຼືອ ແລະ ສະໜັບສະໜູນ ໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍ ສະເພາະ ການພັດທະນາຂົງເຂດບູລິມະສິດຂອງລາວ ເປັນຕົ້ນແມ່ນ: ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ ລວມທັງ ການສົ່ງຊ່ຽວຊານ ແລະ ອາສາສະໝັກ ຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການ ມາປະຈໍາຢູ່ບັນດາຂະແໜງການຕ່າງໆຂອງລາວ, ພິເສດ ແມ່ນໃຫ້ ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານກອງປະຊຸມອາຊຽນ ໃນປີ 2024 ນີ້.
ຖືໂອກາດນີ້ ທ່ານ ຮອງນາຍົກ ລັດຖະມົນຕີ ຍັງເຊື່ອໝັ້ນວ່າ ການມາປະຕິບັດໜ້າທີ່ຂອງທ່ານເອກອັກຄະລັດຖະທູດຈະເປັນ ການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມທັງ ໄດ້ສະເໜີຕໍ່ທ່ານເອກອັກຄະລັດຖະທູດ ໃຫ້ສືບຕໍ່ເຮັດວຽກຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອເຮັດໃຫ້ການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງຂອງສອງປະເທດ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດ ໝາຍ; ສືບຕໍ່ການຈັດຕັ້ງປະຕິບັດແຜນງານ-ໂຄງການຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບຜົນສໍາເລັດ ມີປະສິດທິພາບ ແລະ ມີປະ ສິດທິຜົນ; ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນ ຂອງສອງປະເທດ ໃຫ້ພົ້ນເດັ່ນຂຶ້ນ; ຊຸກຍູ້ການທ່ອງທ່ຽວ ລະຫວ່າງ ປະຊາ ຊົນສອງຊາດ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຈໍານວນຫຼາຍຂຶ້ນ; ສືບຕໍ່ລົງຢ້ຽມຢາມບັນດາແຂວງຂອງ ສປປ ລາວ ເພື່ອເຫັນໄດ້ສະພາບຕົວຈິງ ຂອງການພັດທະນາຢູ່ແຕ່ລະແຂວງ ເຊິ່ງເປັນການເພີ່ມທະວີຄວາມໃກ້ຊິດກັບບັນດາການນໍາ-ອົງການປົກຄອງທ້ອງ ຖິ່ນຂອງລາວຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ຮອງນາຍົກລັດຖະມົນຕີ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການພົວພັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ ແລະ ໃຫ້ຄໍາໝັ້ນສັນຍາຈະປະຕິບັດໜ້າທີ່ວຽກງານ ສຸດຄວາມສາມາດຂອງຕົນ ໃນການປະກອບສ່ວນຮັດແໜ້ນການພົວພັນຮ່ວມມື ຍີ່ປຸ່ນ-ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມທັງ ຢືນ ຢັນວ່າ ຈະສືບຕໍ່ປະສານງານ ແລະ ເຮັດວຽກຮ່ວມກັບພາກສ່ວນຕ່າງໆ ຂອງ ສປປ ລາວ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຍີ່ປຸ່ນ-ລາວ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ