ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລົງກວດກາການດຳເນີນໂຄງການປັບປຸງຍົກລະດັບດ່ານສາກົນບໍ່ເຕັນ-ບໍ່ຫານ, ຢູ່ແຂວງຫຼວງນໍ້າທາ
ໃນລະຫວ່າງວັນທີ 21-22 ສິງຫາ 2025; ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ກຸ່ມບໍລິສັດ ພັດທະນາເຂດເສດຖະ ກິດພິເສດບໍ່ເຕັນລາວ ຈຳກັດ ໄດ້ລົງກວດກາການດຳເນີນໂຄງການກໍ່ສ້າງຂະຫຍາຍເສັ້ນທາງ 12 ເລນ ແລະ ປັບປຸງຍົກລະດັບພື້ນຖານໂຄງລ່າງຂອງດ່ານສາກົນບໍ່ເຕັນ-ບໍ່ຫານ ຢູ່ລະຫວ່າງຫຼັກໝາຍຊາຍແດນເລກທີ 29 ຫາ 28-1.

ການລົງມາເຄື່ອນໄຫວເຮັດວຽກຂອງ ທ່ານ ຮອງລັດຖະມົນຕີ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໂດຍສະເພາະແມ່ນເປັນການຕິດຕາມກວດກາການດຳເນີນໂຄງການກໍ່ສ້າງຂະຫຍາຍເສັ້ນທາງ 12 ເລນ ແລະ ປັບປຸງພື້ນ ຖານໂຄງລ່າງຂອງດ່ານສາກົນບໍ່ເຕັນ-ບໍ່ຫານ ທີ່ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ກາງປີ 2024 ຜ່ານມາ ເຖິງປັດຈຸບັນເຫັນວ່າບັນດາໜ້າວຽກຕ່າງໆທີ່ໄດ້ຈັດຕັ້ງປະຕິບັດຜ່ານມາເປັນຕົ້ນ: ການດຸດພູໃຫ້ຮາບພຽງ ແລະ ວຽກງານທາງພາກພື້ນດິນ ແມ່ນໄດ້ສຳເລັດແລ້ວຮ້ອຍສ່ວນຮ້ອຍ. ປັດຈຸບັນ ແຂວງ ແລະ ກຸ່ມບໍລິສັດ ພັດທະນາເຂດເສດຖະກິດພິເສດບໍ່ເຕັນລາວ ຈຳ ກັດ ແມ່ນຢູ່ໃນໄລຍະກຳລັງຂຸ້ນຂ້ຽວດຳເນີນການກໍ່ສ້າງໃຫ້ສຳເລັດຕາມແຜນການໃນທ້າຍເດືອນ ສິງຫາ 2025 ນີ້.
ໃນໂອກາດລົງໄປເຄື່ອນໄຫວຄັ້ງນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການດຳເນີນໂຄງການດັ່ງກ່າວຢູ່ພື້ນທີ່ຕົວຈິງ ຈາກຄະນະທີ່ເຂົ້າຮ່ວມທັງສູນກາງ ແລະ ທ້ອງຖິ່ນ. ຜ່ານການຮັບຟັງການລາຍງານຈາກບັນດາທ່ານ ໂດຍສະເພາະແມ່ນ ກຸ່ມບໍລິສັດ ຜູ້ຮັບຜິດຊອບໂຄງການ ກໍໄດ້ຍົກໃຫ້ເຫັນວ່າການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ດຳເນີນໃນໄລຍະຜ່ານມາ ຊຶ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆແຕ່ກໍບໍ່ເປັນອຸປະສັກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ບໍລິສັດ ກຸລາບຄຳ ຈຳກັດຜູ້ດຽວ ໃນການສຳຫຼວດ ແລະ ກະກຽມຄວາມພ້ອມໃນການພັດທະນາ ຊ່ອງທາງການແຈ້ງເຂົ້າ-ອອກ ສປປ ລາວ ຜ່ານຊ່ອງທາງພິເສດ ຮູບແບບ Fast track ຢູ່ດ່ານສາກົນບໍ່ເຕັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເດີນທາງຂອງຜູ້ໂດຍສານ ແລະ ຂະບວນລົດໄຟຜ່ານແດນ.
ໃນທ້າຍກອງປະຊຸມ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ປະທານກອງປະຊຸມ ກໍໄດ້ໃຫ້ທິດຊີ້ນຳຕໍ່ຄະ ນະຮັບຜິດຊອບທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນ ກຸ່ມບໍລິສັດ ຜູ້ຮັບຜິດຊອບໂຄງການ ໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນການທີ່ວ່າງໄວ້ ແລະ ໃຫ້ໄດ້ນຳໃຊ້ຊ່ອງທາງດັ່ງກ່າວໃນເວລາອັນໃກ້ນີ້ ເຊິ່ງຈະເປັນການຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານແດນ ລະຫວ່າງ ສອງປະເທດ ລາວ ແລະ ຈີນ.
ຂ່າວ-ພາບ : ກົມການຂ່າວ ກະຊວງການຕ່າງປະເທດ




