ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ອໍານວຍການ ອົງການອະນາໄມໂລກ ປະຈຳພາກພື້ນອາຊີ-ປາຊີຟິກຕາເວັນຕົກ

Mar 6, 2026

ໃນ​ວັນ​ທີ 05 ມີນາ 2026, ທີ່ ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ​ ອານຸພາບ ວົງໜໍ່ແກ້ວ, ຮອງລັດ​ຖະ​ມົນ​ຕີ ກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ​​ທ່ານ ດຣ. ໄຊອາ ມາອຸ ປິວກາລາ, ຜູ້ອໍານວຍການ ອົງການອະນາໄມໂລກ ປະຈຳ ພາກພື້ນອາຊີ-ປາຊີຟິກຕາເວັນຕົກ.
ໃນ​ໂອ​ກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້​ສະ​ແດງ ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ອັນອົບ​ອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ດຣ. ໄຊອາ ມາອຸ ປິວກາລາ ຄັ້ງນີ້, ເຊິ່ງເປັນຄັ້ງທີສອງ ໃນຖານະເປັນຜູ້ອໍານວຍການ ອົງການອະນາໄມໂລກ ປະຈຳ ພາກພື້ນອາຊີ-ປາຊີຟິກຕາເວັນຕົກ, ພາຍຫຼັງທີ່ເຄີຍມາຢ້ຽມຢາມ ສປປ ລາວ ໃນປີ 2024 ໃນໄລຍະທີ່ ສປປ ລາວ ເປັນປະທານກອງປະຊຸມສຸດຍອດອາຊຽນ, ອັນເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມື ລະຫວ່າງ ອົງການອະນາໄມໂລກ ແລະ ສປປ ລາວ ຕະຫຼອດມາ. ທ່ານ ຮອງລັດຖະມົນຕີ ກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍໄດ້ສ້າງຕັ້ງຫ້ອງການຂອງຕົນ ປະຈໍາຢູ່ ສປປ ລາວ ໃນປີ 1962 ເປັນຕົ້ນມາ. ອົງການອະນາໄມໂລກ ໄດ້ມີບົດບາດປະກອບສ່ວນປັບປຸງວຽກງານໃນຂະແໜງສາທາລະນະສຸກ, ເຊິ່ງໄດ້ມີຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການລົບລ້າງພະຍາດຂາຊ້າງ, ພະຍາດຕາສານ ແລະ ພະຍາດໄຂ້ມາລາເຣຍ, ການພັດທະນາວຽກງານການໃຫ້ວັກຊີນທົ່ວປະເທດ, ການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວຽກງານການຊຸກຍູ້ໃຫ້ອັດຕາການເສຍຊີວິດຂອງແມ່ຫຼຸດລົງເກືອບ 80%. ປະຈຸບັນ, ສປປ ລາວ ແລະ ອົງການອະນາໄມໂລກ ພວມຮ່ວມກັນຈັດຕັ້ງປະຕິບັດບັນດາແຜນງານສາທາລະນະສຸກ ຕາມຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ (2024 – 2028), ເຊິ່ງກວມເອົາ 04 ບູລິມະສິດດ້ານຍຸດທະສາດ: 1). ການສົ່ງເສີມລະບົບສາທາລະນະສຸກໃຫ້ມີຄວາມຍືນຍົງ ແລະ ສາມາດປັບຕົວຕາມສະພາບ ເພື່ອກ້າວໄປສູ່ການປົກຄຸມສຸຂະພາບທົ່ວປວງຊົນ, 2). ການສະໜອງການຄຸ້ມຄອງປະຊາຊົນຈາກເຫດການສຸກເສີນ ດ້ານສາທາລະນະສຸກ ແລະ ການເຈັບເປັນຈາກພະຍາດຕ່າງໆ, 3). ວິໄສທັດດ້ານສາທາລະນະສຸກ ຂອງ ສປປ ລາວ ແມ່ນສຸຂະພາບແຂງແຮງທຸກຖ້ວນໜ້າ, 4). ການມີສຸຂະພາບ ແລະ ຄວາມເປັນຢູ່ທີ່ດີສຳລັບທຸກຄົນ. ຄຽງຄູ່ກັນນັ້ນ, ກໍ່ຍັງໄດ້ກຳນົດແຜນບູລິມະສິດວຽກງານສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດຄຽງຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍພັດທະນາແບບຍືນຍົງ.
May be an image of the Oval Office and text May be an image of one or more people, table and dais
​ໃນໂອກາດນີ້, ທ່ານ ດຣ. ໄຊອາ ມາອຸ ປິວກາລາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ຄວາມຄືບໜ້າຂອງ ສປປ ລາວ ໃນການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ. ນອກຈາກນັ້ນ, ທ່ານ ດຣ ໄຊອາ ມາອຸ ປິວກາລາ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງ ລັດຖະບານ ສປປ ລາວ ໃນການຮັບປະກັນໃຫ້ປະຊາຊົນລາວ ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນຂອບວຽກງານສາທາລະນະສຸກ ທັງໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໃນຕອນທ້າຍ, ທ່ານ ດຣ. ໄຊອາ ມາອຸ ປິວກາລາ ໄດ້ໃຫ້ຄຳໝາຍໝັ້ນສັນຍາທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສາທາລະນະສຸກ ກໍ່ຄື ລັດຖະບານ ແຫ່ງ ສປປ ລາວ ຢ່າງເຕັມສ່ວນເພື່ອສົ່ງເສີມໃຫ້ປະຊາຊົນລາວມີສຸຂະພາບແຂງແຮງໃນທຸກຖ້ວນໜ້າ.