ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ

ວັນທີ 1 ພະຈິກ 2025, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ຊຸກຍູ້ ລັດວິສາຫະກິດລົດໄຟແຫ່ງຊາດ ແລະ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໂດຍການຕ້ອນຮັບຂອງທ່ານ ດາວຈິນດາ ສີຫາລາ ຜູ້ອໍານວຍການລັດວິສາຫະກິດລົດໄຟແຫ່ງຊາດລາວ, ທ່ານ ລູ້ຮາຍໂຈ່ LUHAIZHOU ຜູ້ອໍານວຍການ ບໍລິສັດທາງລົດໄຟລາວ-ຈີນ ມີຄະນະກົມ ແລະ ພະນັກງານວິຊາການບໍລິສັດເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ເລາະຢ້ຽມຢາມອາຄານສະຖານີລົດໄຟຄໍາສະຫວາດ, ເບິ່ງໂຕຈິງຂະບວນລົດໄຟລາວ-ໄທ, ຕິດຕາມເບິ່ງອາຄານສະຖານີ, ປ່ອງບໍລິການຂົນສົ່ງ ແລະ ຫ້ອງການບໍລິຫານງານ, ຢ້ຽມຢາມສໍານັກງານ ບໍລິສັດທາງລົດໄຟລາວ-ຈີນ ຢູ່ ເຂດເສດຖະກິດກວມລວມໄຊເສດຖາ, ຕິດຕາມເບິ່ງສະຖານີຂົນສົ່ງສິນຄ້າ ວຽງຈັນໃຕ້, ພື້ນຖານໂຄງລ່າງປີ່ນອອ້ມ ແລະອື່ນໆ.
ທ່ານ ອະນົງເດດ ເພັດໄກສອນ ຮອງຜູ້ອໍານວຍການ ລັດວິສາຫະກິດລົດໄຟແຫ່ງຊາດລາວໄດ້ລາຍງານໃຫ້ຮູ້ໂດຍສັງເຂບ ຄວາມເປັນມາ ແລະ ຜົນສໍາເລັດແຕ່ລະໄລຍະຂອງໂຄງການລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ, ພ້ອມທັງ ນໍາສະເໜີບາງວຽກງານທີ່ຍັງເປັນສິ່ງທ້າທາຍ.
ທ່ານ ລູ້ຮາຍໂຈ່ ໄດ້ແຈ້ງໃຫ້ຮູ້ຜົນການປະຕິບັດວຽກງານຂອງບໍລິສັດທາງລົດໄຟລາວ-ຈີນ ຕະຫຼອດໄລຍະເກືອບ 5 ປີຜ່ານມາ, ພ້ອມທັງມີຂໍ້ສະເໜີແລກປ່ຽນຫຼາຍບັນຫາ ເພື່ອໃຫ້ຄະນະຊ່ວຍ ປະສານງານ ແລະ ແກ້ໄຂບັນຫາຮ່ວມກັນ.
ທ່ານ ເຫຼັກໄຫຼ ສີວິໄລ ມີຄຳເຫັນວ່າ: ພັກ ແລະລັດຖະບານ ໄດ້ມີນະໂຍບາຍເປີດປະຕູເພື່ອເຊື່ອມໂຍງເຊື່ອມຈອດກັບສາກົນ ສໍາລັບໂຄງການທາງລົດໄຟລາວ-ຈີນ ເປັນນະໂຍບາຍຍຸດທະສາດຂອງລັດຖະບານ ເພື່ອຫັນປ່ຽນ ລາວ ຈາກປະເທດ ທີບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ເປັນປະຕູເຂົ້າສູ່ປະເທດສະມາຊິກອາຊຽນ, ທາງລົດໄຟ ແມ່ນສາມາດແກ້ໄຂບັນຫາດ້ານເສດຖະກິດ ໂດຍສະເພາະການຂົນສົ່ງ, ທັງເປັນທ່າແຮງຂັບເຄື່ອນເສດຖະກິດ ເປັນສ່ວນໜຶ່ງໃນການເພີ່ມລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ໃຫ້ຂະຫຍາຍຕົວໃນໄລຍະ 5ປີຜ່ານມາ.
ເພື່ອເຮັດໃຫ້ວຽກງານມີປະສິດທີ່ພາບທ່ານ ເຫຼັກໄຫຼ ສີວິໄລ ໄດ້ເນັ້ນໜັກໃຫ້ຄະນະອໍານວຍການ ແລະ ຜູ້ບໍລິຫານ ເອົາໃຈໃສ່ເຄື່ອນໄຫວໃຫ້ມີປະສິດທິຜົນ ມີຜົນສໍາເລັດ ຮັບປະກັນການຂົນສົ່ງໂດຍສານ, ຂົນສົ່ງສິນຄ້າ ໃຫ້ມີຄວາມປອດໄພ 100%, ສາມາດຮັບປະກັນໃຫ້ທຸລະກິດມີຜົນກໍາໄລ, ການມອບພັນທະໃຫ້ລັດຖະບານ, ພ້ອມທັງຫຼຸດຜ່ອນລາຍຈ່າຍທີ່ບໍ່ຈໍາເປັນ ຕາມນະໂຍບາຍ ຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົ້ນເອງ, ເອົາໃຈໃສ່ຂອດປະສານງານກັບຂະແໜງການປິ່ນອ້ອມໃຫ້ກົມກຽວ. ຂະແໜງການເງິນ, ການຄ້າ, ປ້ອງກັນຄວາມສະຫງົບ ແລະ ໂຍທາທິການ ຕ້ອງໄດ້ເພີ່ມທະວີບົດບາດເປັນເສນາທິການຮ່ວມມື ຊຸກຍູ້ສົ່ງເສີມ, ຄຸ້ມຄອງ ໃຫ້ລັດວິສາຫະກິດລົດໄຟແຫ່ງຊາດມີຄວາມເຂັ້ມແຂງ.






