ວັນທີ 20 ຕຸລາ 2025 ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຫຼື ຍທຂ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງ, ມີຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ບຸນເຫຼືອ ສິນໄຊວໍລະວົງ ໄດ້ກ່າວຕ້ອນຮັບ ຄະນະນໍາກະຊວງ ຍທຂ ທີ່ມາເຄື່ອນໄຫວຊຸກຍູ້ຕິດຕາມແຜນພັດທະນາພື້ນຖານໂຄງລ່າງຂອງແຂວງ, ພ້ອມທັງໄດ້ແຈ້ງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ແລະ ໄດ້ສະເໜີໂດຍສັງເຂບຜົນສໍາເລັດການປະຕິບັດແຜນພັດທະນາຂອງແຂວງໃນໄລຍະຜ່ານມາ ລວມທັງທິດທາງແຜນພັດທະນາຂອງແຂວງ ໃນ 5 ປີຕໍ່ໜ້າ(2026-2030) ໃຫ້ລັດຖະມົນຕີກະຊວງ ຍທຂ ໄດ້ຮັບຊາບ. ສຳຫຼັບແຂວງຫຼວງພະບາງມີທ່າແຮງດ້ານການບໍລິການທ່ອງທ່ຽວ ໂດຍສະເພາະການປັບປຸງຍົກລະດັບພື້ນຖານໂຄງລ່າງອໍານວຍຄວາມສະດວກໃຫ້ການຄົມມະນາຄົມ ສົ່ງເສີມການທ່ອງທ່ຽວ. ໄລຍະ 9 ເດືອນຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວຫຼວງພະບາງແລ້ວ 2.500.000 ຄົນ.

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະແດງຄວາມຂອບໃຈຕໍ່ການນໍາແຂວງທີ່ຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ອົງຄະນະພັກແຂວງ ຄັ້ງທີ IX ທີ່ຫາກໍ່ສໍາເລັດລົງຢ່າງຈົບງາມ, ພ້ອມທັງແຈ້ງແຜນພັດທະນາຂະແໜງການ ຍທຂ ໃນຂອບເຂດທົ່ວປະເທດ ແລະ ແຜນການ 5 ປີຕໍ່ໜ້າເວົ້າລວມ, ເວົ້າສະເພາະ ຈຸດສຸມແຜນພັດທະນາແຂວງພາກເໜືອ ໂດຍສະເພາະແມ່ນແຂວງຫຼວງພະບາງ ລວມມີວຽກງານຄົມມະນາຄົມ, ເຄຫາຜັງເມືອງ, ການຕ້ານແລ້ງ-ຕ້ານຖ້ວມ, ການປັບປຸງຕົວເມືອງ, ວຽກງານສຸຂະພິບານ ແລະອື່ນໆ.
ສອງຝ່າຍຍັງໄດ້ສົນທະນາແລກປ່ຽນຫຼາຍບັນຫາສໍາຄັນ ທີ່ຕິດພັນກັບແຜນພັດພັດທະນາຂະແໜງການ ຍທຂ, ການຄຸ້ມຄອງນໍ້າໜັກລົດບັນທຸກ, ການປັບປຸງສະໜາມບິນ, ການຄຸ້ມຄອງການບໍລິການເຮືອຂົນສົ່ງຜູ້ໂດຍສານທາງນໍ້າ ໃຫ້ຮັບປະກັນຄວາມປອດໄພ, ການປັບປຸງຍົກລະດັບເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນ ເພື່ອເຮັດໃຫ້ການໄປມາຫາສູ່ ແລະ ການເຊື່ອມໂຍງເຊື່ອມຈອດລະຫວ່າງເມືອງຫາເມືອງ, ແຂວງຫາແຂວງ ແລະ ຊາຍແດນຮ່ວມກັບປະເທດເພື່ອນບ້ານມີຄວາມສະດວກສະບາຍ.


