ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຮັບການແຕ່ງຕັ້ງເປັນຄະນະປະຈຳພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ

Jan 21, 2025

ວັນທີ 20 ມັງກອນ 2025, ທີ່ຫ້ອງວ່າການແຂວງສະຫວັນນະ ເຂດ ໄດ້ຈັດພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງແຂວງສະ ຫວັນນະເຂດ ໂດຍມີ ທ່ານ ນາງ ສີໃສ ລືເດດມູນສອນ, ກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວ ໜ້າຈັດຕັ້ງສູນກາງພັກ, ທ່ານ ບຸນໂຈມ ອຸບົນປະເສີດ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມ ດ້ວຍພະນັກງານຈາກຂະແໜງການຕ່າງໆ ພາຍໃນແຂວງສະຫວັນ ນະເຂດ ເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານຄຳສັ່ງວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ສະບັບເລກທີ 01/ນຍ, ລົງວັນທີ 2 ມັງກອນ 2025, ໃນນີ້, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງຍົກຍ້າຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄປຮັບໜ້າ ທີ່ໃໝ່ຢູ່ແຂວງສະຫວັນນະເຂດ,.
ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະບໍລິຫານພັກ ທັງເປັນກຳມະການປະຈຳພັກແຂວງສະຫວັນນະ ເຂດ ສະບັບເລກທີ 351/ຄລສພ, ລົງວັນທີ 2 ມັງກອນ 2025, ໃນນີ້ຄະນະເລຂາທິການສູນກາງພັກ ຕົກລົງບົ່ງຕົວແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນກຳມະການຄະນະບໍລິຫານງານ, ທັງເປັນກຳມະການປະຈຳພັກແຂວງສະຫວັນນະເຂດ, ພ້ອມນັ້ນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານ ສະບັບເລກທີ 92/ຈຂ, ລົງວັນທີ 17 ມັງກອນ 2025, ໃນນີ້ ເຈົ້າແຂວງສະຫວັນນະເຂດ ແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະ ເຂດ.
ໃນພິທີຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳຈາກ ທ່ານ ນາງ ສີໃສ ລືເດດມູນສອນ ເຊິ່ງທ່ານໄດ້ໃຫ້ທິດຊີ້ນຳທີ່ມີຄຸນ ຄ່າທີ່ສຸດໃຫ້ແກ່ຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດ ໂດຍສະເພາະຢ່າງຍິ່ງທ່ານໄດ້ໃຫ້ບົດຮຽນຫຼາຍດ້ານທີ່ເປັນປະສົບ ການຕົວຈິງໃນການນຳພາ-ຊີ້ນຳໃນຂົງເຂດຕ່າງໆໃນລະດັບຂັ້ນແຂວງ ແລະຂັ້ນສູນກາງ.
ທີ່ມາ: ສະຫວັນພັດທະນາ ຂ່າວ